Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 28:17 - ພຣະຄຳພີສັກສິ

17 ໃນ​ວັນ​ທີ​ສິບຫ້າ​ໃຫ້​ຈັດ​ເທດສະການ​ຂຶ້ນ​ເປັນ​ເວລາ​ເຈັດ​ວັນ ຊຶ່ງ​ໃນ​ລະຫວ່າງ​ນີ້​ໃຫ້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 28:17
6 Jak'a apnaqawi uñst'ayäwi  

ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ ແລະ​ໃນ​ວັນ​ທີ​ເຈັດ​ໃຫ້​ຈັດ​ເທດສະການ​ເພື່ອ​ຍົກຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ.


ໃນ​ເດືອນ​ອາບີບ ເດືອນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ສະຫລອງ​ມື້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຕາມ​ພິທີ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ. ຢ່າ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃດໆ​ໃນ​ເຈັດ​ວັນ ຕາມ​ກຳນົດ​ຂອງ​ພິທີ​ນັ້ນ. ຢ່າ​ເຂົ້າ​ມາ​ນະມັດສະການ​ເຮົາ​ໂດຍ​ບໍ່ມີ​ເຄື່ອງ​ຖວາຍ.


ຈົ່ງ​ຖື​ຮັກສາ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຕາມ​ທີ່​ເຮົາ​ສັ່ງ​ໄວ້​ໃນ​ເດືອນ​ອາບີບ​ນັ້ນ ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຈັດ​ວັນ ເພາະ​ໃນ​ເດືອນ​ນີ້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.


ໃນ​ວັນ​ທີ​ສິບຫ້າ​ໃນ​ເດືອນ​ດຽວກັນ​ແມ່ນ​ວັນ​ເລີ່ມ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ແກ່​ພຣະເຈົ້າຢາເວ ແລະ​ໃນ​ທັງໝົດ​ເຈັດ​ວັນ​ນັ້ນ ເຈົ້າ​ບໍ່​ຕ້ອງ​ກິນ​ເຂົ້າຈີ່​ໃດໆ​ທີ່​ມີ​ເຊື້ອແປ້ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka