16 ໃນວັນທີສິບສີ່ຂອງເດືອນທີໜຶ່ງໃຫ້ຖືເປັນວັນປັດສະຄາຂອງພຣະເຈົ້າຢາເວ.
ພຣະເຈົ້າຢາເວໄດ້ບອກໂມເຊກັບອາໂຣນໃນປະເທດເອຢິບວ່າ,
ໃນຕອນຄໍ່າຂອງມື້ທີສິບສີ່ ເດືອນທີໜຶ່ງ ຈົນເຖິງຕອນຄໍ່າຂອງມື້ທີຊາວເອັດ ຢ່າກິນເຂົ້າຈີ່ມີເຊື້ອແປ້ງ.
ໃນເດືອນອາບີບ ເດືອນທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບນັ້ນ ຈົ່ງສະຫລອງມື້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງຕາມພິທີທີ່ເຮົາໄດ້ບອກພວກເຈົ້າ. ຢ່າກິນເຂົ້າຈີ່ ມີເຊື້ອແປ້ງໃດໆໃນເຈັດວັນ ຕາມກຳນົດຂອງພິທີນັ້ນ. ຢ່າເຂົ້າມານະມັດສະການເຮົາໂດຍບໍ່ມີເຄື່ອງຖວາຍ.
ຈົ່ງຖືຮັກສາເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ຕາມທີ່ເຮົາສັ່ງໄວ້ໃນເດືອນອາບີບນັ້ນ ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງໃຫ້ຄົບເຈັດວັນ ເພາະໃນເດືອນນີ້ທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ.
ໃນວັນທີໜຶ່ງຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ພວກສາວົກໄດ້ມາຫາພຣະເຢຊູເຈົ້າ ແລະຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍຈັດແຈ່ງອາຫານປັດສະຄາສຳລັບທ່ານຢູ່ທີ່ໃດ?”
“ພວກເຈົ້າຮູ້ຢູ່ແລ້ວ ຍັງອີກສອງວັນຈະແມ່ນເທດສະການປັດສະຄາ ແລະບຸດມະນຸດຈະຖືກມອບໃຫ້ພວກເຂົາຄຶງໄວ້ທີ່ໄມ້ກາງແຂນ.”