Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 28:15 - ພຣະຄຳພີສັກສິ

15 ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍບູຊາ​ປະຈຳວັນ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 28:15
14 Jak'a apnaqawi uñst'ayäwi  

ຕໍ່ມາ ພວກເຂົາ​ກໍ​ຂ້າ​ແບ້ ແລະ​ເອົາ​ເສື້ອລ່າມ​ຂອງ​ໂຢເຊັບ​ຈຸ່ມ​ໃສ່​ເລືອດ​ນັ້ນ


ຫລັງຈາກ​ນັ້ນ ເພິ່ນ​ຈະ​ຕ້ອງ​ຂ້າ​ແບ້​ເພື່ອ​ຖວາຍ​ລຶບລ້າງ​ບາບ​ຂອງ​ປະຊາຊົນ ແລ້ວ​ນຳ​ເລືອດ​ແບ້​ນັ້ນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ຊິດ​ໃສ່​ເທິງ​ຝາອັດ​ຫີບ​ແລະ​ຊິດ​ໃສ່​ທາງ​ດ້ານ​ໜ້າ​ຂອງ​ຫີບ​ພັນທະສັນຍາ ແບບ​ດຽວ​ກັບ​ຊິດ​ເລືອດ​ຂອງ​ງົວເຖິກ​ໜຸ່ມ.


ດັ່ງນີ້ ເພິ່ນ​ຈຶ່ງ​ຈະ​ເຮັດ​ພິທີ​ຊຳລະ​ບ່ອນ​ສັກສິດ​ທີ່ສຸດ ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ຈາກ​ການບາບ​ທຸກຢ່າງ​ຂອງ​ພວກເຂົາ. ເພິ່ນ​ຈະ​ເຮັດ​ພິທີ​ຊຳລະ​ນີ້​ໃຫ້​ຫໍເຕັນ​ບ່ອນ​ຊຸມນຸມ ເພາະວ່າ​ຫໍເຕັນ​ໄດ້​ຕັ້ງ​ຢູ່​ກາງ​ຄ້າຍ ຊຶ່ງ​ເປັນມົນທິນ​ຕາມ​ກົດບັນຍັດ.


ຕໍ່ມາ ເມື່ອ​ລາວ​ຮູ້​ວ່າ​ສິ່ງ​ທີ່​ຕົນ​ໄດ້​ເຮັດ​ໄປ​ນັ້ນ​ເປັນ​ບາບ ລາວ​ຈະ​ຕ້ອງ​ນຳ​ແບ້ເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ.


ຖ້າ​ການ​ຜິດພາດ​ຢ່າງ​ນີ້​ຫາກ​ໄດ້​ເກີດຂຶ້ນ​ເພາະ​ຊຸມຊົນ​ຮູ້ເທົ່າ​ບໍ່​ເຖິງການ ໃຫ້​ພວກເຈົ້າ​ນຳ​ງົວເຖິກ​ໂຕໜຶ່ງ​ມາ​ຕາມ​ພິທີ​ຖວາຍບູຊາ ຄູ່​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ຢ່າງດີ ແລະ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ການ​ຖວາຍ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ນອກຈາກນີ້ ພວກເຂົາ​ຕ້ອງ​ຖວາຍ​ແບ້ເຖິກ​ຕື່ມ​ອີກ​ໂຕໜຶ່ງ​ຕາມ​ພິທີ​ຖວາຍ​ເພື່ອ​ລຶບລ້າງ​ບາບ.


ການ​ຖວາຍ​ເຫຼົ້າ​ອະງຸ່ນ​ນັ້ນ ໃຫ້​ເຮັດ​ດັ່ງນີ້: ເຫຼົ້າ​ອະງຸ່ນ​ສາມ​ລິດ​ຕໍ່​ງົວເຖິກ​ໂຕໜຶ່ງ; ເຫຼົ້າ​ອະງຸ່ນ​ສອງ​ລິດ​ຕໍ່​ແກະເຖິກ​ໂຕໜຶ່ງ ແລະ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ ຕໍ່​ລູກແກະເຖິກ​ໜຶ່ງ​ໂຕ. ອັນ​ນີ້​ແມ່ນ​ລະບຽບ​ສຳລັບ​ການ​ເຜົາ​ຖວາຍບູຊາ​ຂອງ​ວັນ​ທຳອິດ​ໃນ​ແຕ່ລະ​ຕົ້ນ​ເດືອນ​ຕະຫລອດ​ປີ.


ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ລຶບລ້າງ​ບາບ ແລະ​ໃນ​ທຳນອງນີ້​ຈຶ່ງ​ເປັນ​ສ່ວນ​ປະກອບ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.


ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ເຄື່ອງ​ເຜົາບູຊາ​ດ້ວຍ​ໄຟ​ປະຈຳ​ວັນ​ມີ: ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ເຮັດ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.


ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ເໝືອນກັນ​ເພື່ອ​ເຮັດ​ພິທີ​ລຶບລ້າງ​ບາບ. ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍບູຊາ​ປະຈຳ​ວັນ​ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ.


ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ເຮັດ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka