Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 28:11 - ພຣະຄຳພີສັກສິ

11 ໃນ​ວັນ​ທຳອິດ​ຂອງ​ແຕ່ລະ​ເດືອນ ຈົ່ງ​ນຳ​ງົວເຖິກ​ສອງ​ໂຕ, ແບ້ເຖິກ​ໜຶ່ງ​ໂຕ, ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ເປັນ​ສັດ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 28:11
32 Jak'a apnaqawi uñst'ayäwi  

ຜົວ​ຂອງ​ນາງ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຕ້ອງ​ໄປ​ໃນວັນນີ້? ມັນ​ບໍ່ແມ່ນ​ວັນ​ຊະບາໂຕ ຫລື​ມື້​ເທດສະການ​ເດືອນ​ອອກ​ໃໝ່.” ນາງ​ຕອບ​ວ່າ, “ບໍ່​ເປັນຫຍັງ​ດອກ.”


ແລະ​ເມື່ອໃດ​ທີ່​ມີ​ການ​ເຜົາບູຊາ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ​ໃນ​ວັນ​ຊະບາໂຕ, ວັນ​ຂຶ້ນ​ເດືອນ​ໃໝ່ ແລະ​ວັນ​ອື່ນໆ​ອີກ. ກົດ​ຕ່າງໆ​ນີ້​ໄດ້​ເຮັດ​ໄວ້​ຢ່າງ​ສະເພາະ​ເຈາະຈົງ​ຕໍ່​ຈຳນວນ​ຄົນເລວີ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ນີ້. ຊາວ​ເລວີ​ໄດ້​ຖືກ​ມອບໝາຍ​ໃຫ້​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະເຈົ້າຢາເວ​ສືບໄປ.


ໂຊໂລໂມນ​ໄດ້​ສົ່ງ​ທູດ​ນຳຂ່າວ​ໄປ​ບອກ​ກະສັດ​ແຫ່ງ​ຕີເຣ​ວ່າ, “ຈົ່ງ​ເຮັດ​ທຸລະກິດ​ກັບ​ຂ້າພະເຈົ້າ ເໝືອນ​ທ່ານ​ໄດ້​ເຮັດ​ກັບ​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ ເວລາ​ທີ່​ທ່ານ​ໄດ້​ຂາຍ​ໄມ້ແປກ​ເປັນ​ທ່ອນ​ເພື່ອ​ສ້າງ​ວັງ​ຂອງ​ເພິ່ນ​ນັ້ນ.


ຂ້າພະເຈົ້າ​ຈະ​ສ້າງ​ວິຫານ ເພື່ອ​ຖວາຍ​ກຽດ​ແກ່​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ. ພຣະວິຫານ​ນັ້ນ​ຈະ​ເປັນ​ບ່ອນ​ສັກສິດ ຊຶ່ງ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ເອງ ຈະ​ເຜົາ​ເຄື່ອງຫອມ​ນະມັດສະການ​ພຣະອົງ ຄື​ບ່ອນ​ທີ່​ພວກ​ຂ້າພະເຈົ້າ​ຈະ​ຖວາຍ​ເຂົ້າຈີ່​ສັກສິດ​ຕະຫລອດໄປ ແລະ​ທັງ​ຈະ​ເປັນ​ບ່ອນ​ເຜົາ​ເຄື່ອງ​ຖວາຍ​ທຸກໆເຊົ້າ ແລະ​ທຸກໆແລງ​ຕະຫລອດ​ທັງ​ວັນ​ຊະບາໂຕ, ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ແລະ​ວັນ​ສັກສິດ​ອື່ນໆ ເປັນ​ການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພຣະອົງ​ໄດ້​ສັ່ງ​ໃຫ້​ຊາດ​ອິດສະຣາເອນ​ປະຕິບັດ​ເຊັ່ນນີ້​ຕະຫລອດໄປ.


ເພິ່ນ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ຕາມ​ກົດບັນຍັດ​ຂອງ​ໂມເຊ​ທີ່​ໄດ້​ກຳນົດ​ໄວ້ ດັ່ງນີ້: ວັນ​ຊະບາໂຕ, ວັນ​ເດືອນ​ອອກ​ໃໝ່, ເທດສະການ​ສາມ​ປາງ​ປະຈຳ​ປີ​ຄື: ວັນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ, ວັນ​ສະຫລອງ​ການ​ເກັບກ່ຽວ ແລະ​ເທດສະການ​ປຸກຕຸບຢູ່.


ນອກຈາກນີ້​ແລ້ວ ພວກເຂົາ​ກໍ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເປັນ​ປະຈຳ​ດັ່ງນີ້: ການ​ບູຊາ​ເຜົາ​ທັງໝົດ ແລະ​ຖວາຍ​ເຄື່ອງ​ບູຊາ​ໃນ​ມື້​ເດືອນ​ອອກ​ໃໝ່ ແລະ​ຕາມ​ລະບຽບ​ຂອງ​ເທດສະການ​ທຸກຄັ້ງ​ທີ່​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ໃຫ້​ນະມັດສະການ ຕະຫລອດ​ທັງ​ເຄື່ອງ​ບູຊາ​ທັງໝົດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ ຕາມ​ໃຈ​ສະໝັກ​ຂອງ​ໃຜ​ລາວ.


ພວກ​ຂ້ານ້ອຍ​ຈະ​ຈັດຫາ​ໄວ້​ສຳລັບ​ການ​ນະມັດສະການ​ໃນ​ພຣະວິຫານ ດັ່ງນີ້: ເຂົ້າຈີ່​ສັກສິດ, ພືດຜົນ​ເປັນເມັດ​ທີ່​ຖວາຍ​ປະຈຳວັນ, ສັດ​ຫລາຍ​ໂຕ​ທີ່​ຕ້ອງ​ເຜົາບູຊາ​ແຕ່ລະວັນ, ເຄື່ອງ​ຖວາຍບູຊາ​ສັກສິດ​ສຳລັບ​ວັນ​ຊະບາໂຕ, ສຳລັບ​ວັນ​ເດືອນ​ຂຶ້ນ​ໃໝ່ ແລະ​ສຳລັບ​ວັນ​ອື່ນໆ, ເຄື່ອງ​ຖວາຍບູຊາ​ສັກສິດ​ອື່ນໆ, ເຄື່ອງ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ຊາດ​ອິດສະຣາເອນ ແລະ​ສິ່ງ​ອື່ນໆ​ອີກ ທີ່​ຈຳເປັນ​ສຳລັບ​ພຣະວິຫານ.


ການ​ບູຊາ​ກັບ​ເຄື່ອງ​ຖວາຍ​ນັ້ນ ພຣະອົງ​ບໍ່​ຕ້ອງການ ພຣະອົງ​ບໍ່ໄດ້​ຂໍ​ໃຫ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ຫລື​ຖາມ​ຫາ​ເຄື່ອງ​ບູຊາ​ລືບລ້າງ​ບາບ​ທັງຫລາຍ ແຕ່​ໃຫ້​ຂ້ານ້ອຍ​ມີ​ຫູ​ເພື່ອ​ຟັງ​ສຽງ​ຂອງ​ພຣະເຈົ້າ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຍິນດີ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຄື​ຮັກສາ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ໄວ້​ຢູ່​ໃນ​ຈິດໃຈ​ແລ້ວ.”


ຈົ່ງ​ເປົ່າແກ​ເປັນ​ການ​ສະຫລອງ​ເທດສະການ ເມື່ອ​ຮອດ​ວັນ​ເດືອນ​ອອກ​ໃໝ່​ແລະ​ດວງຈັນ​ເຕັມ​ດວງ.


ອັນ​ນີ້ ເປັນ​ກົດບັນຍັດ​ຂອງ​ຊາດ​ອິດສະຣາເອນ ເປັນ​ຂໍ້ຄຳສັ່ງ​ແຫ່ງ​ພຣະເຈົ້າ​ຂອງ​ຢາໂຄບ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ທຸກໆ​ວັນ​ຂອງ​ເທດສະການ​ເດືອນ​ຂຶ້ນ​ໃໝ່​ແລະ​ທຸກໆ​ວັນ​ຊະບາໂຕ ປະຊາຊົນ​ທຸກ​ຊາດ​ຈະ​ມາ​ນະມັດສະການ​ຕໍ່ໜ້າ​ເຮົາ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ປະຕູ​ໃຫຍ່​ທີ່​ນຳ​ໄປ​ສູ່​ເດີ່ນ​ດ້ານໃນ​ທາງທິດ​ຕາເວັນອອກ​ນັ້ນ ຕ້ອງ​ອັດ​ໄວ້​ຕະຫລອດ​ວັນ ເຮັດ​ວຽກ​ໃນ​ຫົກ​ວັນ ແຕ່​ໃຫ້​ໄຂ​ໃນ​ວັນ​ທີ​ເຈັດ ແລະ​ວັນ​ເດືອນ​ຂຶ້ນ​ໃໝ່.


ໃນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ເພິ່ນ​ຈະ​ຕ້ອງ​ຖວາຍ​ງົວເຖິກໜຸ່ມ​ໜຶ່ງ​ໂຕ, ລູກແກະເຖິກ​ຫົກ​ໂຕ, ແກະເຖິກ​ໜຶ່ງ​ໂຕ ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ພ້ອມ​ງົວເຖິກ​ແລະ​ແກະເຖິກ​ແຕ່ລະໂຕ​ນັ້ນ ໃຫ້​ນຳ​ເອົາ​ພືດຜົນ​ເປັນເມັດ​ມາ​ຖວາຍ​ສິບເຈັດ​ລິດ​ເຄິ່ງ ແລະ​ພ້ອມ​ລູກແກະເຖິກ​ແຕ່ລະໂຕ​ນັ້ນ ໃຫ້​ນຳ​ສິ່ງ​ທີ່​ເຈົ້າຊາຍ​ເຫັນ​ສົມຄວນ​ມາ​ຖວາຍ​ກໍໄດ້. ໃຫ້​ຖວາຍ​ນໍ້າມັນ​ໝາກກອກເທດ​ສາມ​ລິດ ພ້ອມ​ກັບ​ພືດຜົນ​ເປັນເມັດ​ສິບເຈັດ​ລິດ​ເຄິ່ງ.


ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ມ່ວນຊື່ນ​ທັງໝົດ​ສິ້ນສຸດ​ລົງ ເຊັ່ນ: ບຸນ​ປະຈຳເດືອນ, ປະຈຳ​ອາທິດ ແລະ​ການ​ຊຸມນຸມ​ໃນ​ເທດສະການ​ຕ່າງໆ.


ຜູ້​ທີ່​ນຳ​ສັດ​ມາ​ຖວາຍ​ນັ້ນ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ປະໂຣຫິດ​ກໍ​ຈະ​ນຳ​ສ່ວນ​ທັງໝົດ​ມາ​ຖວາຍ​ເຜົາ​ບູຊາ​ທີ່​ເທິງ​ແທ່ນບູຊາ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ.


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ພວກ​ປະໂຣຫິດ​ທີ່​ເຮັດ​ພິທີ​ຈະ​ເຜົາ​ຕ່ອນ​ຊີ້ນ​ງົວ​ທັງໝົດ​ທີ່​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ຖ້າ​ບໍ່ມີ​ເຫຍື່ອ​ລໍ້ ນົກ​ຈະ​ຖືກ​ກັບດັກ​ໄດ້​ຊັ້ນບໍ? ກັບດັກ​ຈະ​ລັ່ນ​ບໍ ຖ້າ​ບໍ່ມີ​ສິ່ງໃດ​ເຂົ້າ​ໄປ​ໃນ​ນັ້ນ?


ຍັງ​ດົນ​ປານໃດ​ວັນ​ຊະບາໂຕ​ຈະ​ໝົດ​ໄປ ເພື່ອ​ວ່າ​ພວກເຮົາ​ຈະ​ເລີ່ມ​ຂາຍ​ເຂົ້າ​ສາລີ​ໄດ້? ແລ້ວ​ພວກເຮົາ​ກໍ​ຈະ​ຄິດຄ່າ​ເກີນກວ່າ​ລາຄາ, ໃຊ້​ເຄື່ອງ​ຜອງ​ບໍ່​ຖືກຕ້ອງ ແລະ​ດັດແປງ​ຊິງ​ເພື່ອ​ສໍ້ໂກງ​ລູກຄ້າ​ຂອງ​ພວກເຮົາ.


ໃນ​ໂອກາດ​ມ່ວນຊື່ນ​ເບີກບານ​ເຊັ່ນ: ວັນ​ສະຫລອງ​ເທດສະການ​ຕ່າງໆ​ແລະ​ເດືອນ​ອອກ​ໃໝ່ ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ກໍ​ໃຫ້​ເປົ່າແກ​ສຽງດັງ​ກ້ອງສະໜັ່ນ. ການ​ສະຫລອງ​ເທດສະການ​ຕ່າງໆ​ນັ້ນ​ຈະ​ເປັນ​ທີ່​ລະນຶກ​ຄິດເຖິງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ຈົ່ງ​ເຜົາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ ດັ່ງນີ້: ງົວໜຸ່ມ​ສອງ​ໂຕ, ແກະເຖິກ​ໜຶ່ງ​ໂຕ ແລະ​ລູກ​ແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ພວກເຈົ້າ​ຖື​ວັນ ຖື​ເດືອນ ຖື​ລະດູ ແລະ​ຖື​ປີ.


ເຫດສະນັ້ນ ຢ່າ​ໃຫ້​ຜູ້ໃດ​ກ່າວໂທດ​ພວກເຈົ້າ​ໃນ​ເລື່ອງ​ການ​ກິນການ​ດື່ມ ຫລື​ໃນ​ເລື່ອງ​ວັນ​ສຳຄັນ​ທາງ​ສາສະໜາ ຫລື​ໃນ​ເລື່ອງ​ງານ​ສະຫລອງ​ວັນ​ເດືອນ​ອອກ​ໃໝ່ ຫລື​ໃນ​ເລື່ອງ​ວັນ​ຊະບາໂຕ.


ໃນ​ເມື່ອ​ພວກເຈົ້າ​ຮັບ​ເອົາ​ພຣະຄຣິດເຈົ້າ​ເຢຊູ ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ໄວ້​ແລ້ວ ຈົ່ງ​ດຳເນີນ​ຊີວິດ​ຢູ່​ໃນ​ພຣະອົງ​ດ້ວຍ.


ດາວິດ​ບອກ​ລາວ​ວ່າ, “ມື້ອື່ນ​ນີ້​ເປັນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ຂ້ອຍ​ຕ້ອງ​ຮັບປະທານ​ອາຫານ​ຮ່ວມ​ໂຕະ​ກັບ​ກະສັດ, ແຕ່​ຖ້າ​ເຈົ້າ​ເຫັນດີ ຂ້ອຍ​ຈະ​ໄປ​ລີ້​ຢູ່​ໃນ​ທົ່ງນາ​ຈົນເຖິງ​ຕອນ​ຄໍ່າ​ມື້ຮື.


ພວກ​ຍິງສາວ​ຈຶ່ງ​ຕອບ​ວ່າ, “ແມ່ນ​ແລ້ວ ເພິ່ນ​ຢູ່​ທີ່ນີ້; ເພິ່ນ​ຫາ​ກໍ​ຍ່າງ​ອອກ​ໄປ​ກ່ອນ​ພວກເຈົ້າ​ມາ​ນີ້​ເອງ. ຖ້າ​ພວກເຈົ້າ​ຟ້າວ​ຕາມ​ໄປ​ອາດຈະ​ທັນ. ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ ກໍ​ຈະ​ເຫັນ​ເພິ່ນ​ດອກ. ເພິ່ນ​ມາ​ໃນ​ເມືອງ​ມື້ນີ້ ກໍ​ເພາະ​ປະຊາຊົນ​ກຳລັງ​ໄປ​ຖວາຍ​ເຄື່ອງ​ບູຊາ​ທີ່​ແທ່ນບູຊາ​ເທິງ​ພູ. ພວກ​ທີ່​ຖືກ​ເຊີນ​ໄປ​ຈະ​ບໍ່​ຮັບປະທານ​ອາຫານ ຈົນກວ່າ​ເພິ່ນ​ໄປ​ຮອດ​ທີ່​ນັ້ນ​ສາ​ກ່ອນ ເພາະ​ເພິ່ນ​ຈະ​ຕ້ອງ​ອວຍພອນ​ເຄື່ອງ​ບູຊາ​ນັ້ນ​ກ່ອນ. ຖ້າ​ພວກເຈົ້າ​ໄປ​ດຽວນີ້​ກໍ​ຈະ​ພົບ​ເພິ່ນ ກ່ອນ​ເພິ່ນ​ຈະ​ຂຶ້ນ​ໄປ​ກິນ​ອາຫານ​ທີ່​ເທິງ​ພູ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka