Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 28:10 - ພຣະຄຳພີສັກສິ

10 ສ່ວນ​ການ​ເຜົາ​ສັດ​ຖວາຍບູຊາ​ດ້ວຍ​ໄຟ​ນັ້ນ​ໃຫ້​ເຮັດ​ທຸກໆ​ວັນ​ຊະບາໂຕ ຕື່ມ​ໃສ່​ເຄື່ອງ​ຖວາຍບູຊາ​ປະຈຳ​ວັນ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 28:10
16 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ຈະ​ສ້າງ​ວິຫານ ເພື່ອ​ຖວາຍ​ກຽດ​ແກ່​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ. ພຣະວິຫານ​ນັ້ນ​ຈະ​ເປັນ​ບ່ອນ​ສັກສິດ ຊຶ່ງ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ເອງ ຈະ​ເຜົາ​ເຄື່ອງຫອມ​ນະມັດສະການ​ພຣະອົງ ຄື​ບ່ອນ​ທີ່​ພວກ​ຂ້າພະເຈົ້າ​ຈະ​ຖວາຍ​ເຂົ້າຈີ່​ສັກສິດ​ຕະຫລອດໄປ ແລະ​ທັງ​ຈະ​ເປັນ​ບ່ອນ​ເຜົາ​ເຄື່ອງ​ຖວາຍ​ທຸກໆເຊົ້າ ແລະ​ທຸກໆແລງ​ຕະຫລອດ​ທັງ​ວັນ​ຊະບາໂຕ, ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ແລະ​ວັນ​ສັກສິດ​ອື່ນໆ ເປັນ​ການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພຣະອົງ​ໄດ້​ສັ່ງ​ໃຫ້​ຊາດ​ອິດສະຣາເອນ​ປະຕິບັດ​ເຊັ່ນນີ້​ຕະຫລອດໄປ.


ເພິ່ນ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ຕາມ​ກົດບັນຍັດ​ຂອງ​ໂມເຊ​ທີ່​ໄດ້​ກຳນົດ​ໄວ້ ດັ່ງນີ້: ວັນ​ຊະບາໂຕ, ວັນ​ເດືອນ​ອອກ​ໃໝ່, ເທດສະການ​ສາມ​ປາງ​ປະຈຳ​ປີ​ຄື: ວັນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ, ວັນ​ສະຫລອງ​ການ​ເກັບກ່ຽວ ແລະ​ເທດສະການ​ປຸກຕຸບຢູ່.


ການ​ທີ່​ພວກເຈົ້າ​ນຳ​ເອົາ​ເຄື່ອງ​ມາ​ຖວາຍ​ນັ້ນ ເປັນ​ການ​ບໍ່ມີ​ປະໂຫຍດ. ເຮົາ​ເບື່ອໜ່າຍ​ຕໍ່​ກິ່ນ​ທູບ​ຄວັນ​ທຽນ​ຂອງ​ພວກເຈົ້າ. ເຮົາ​ບໍ່​ອາດ​ທົນ​ຕໍ່​ວັນ​ສະຫລອງ​ເດືອນ​ອອກໃໝ່, ວັນ​ຊະບາໂຕ ແລະ​ການ​ມາ​ເຕົ້າໂຮມ​ກັນ​ອື່ນໆ​ຂອງ​ພວກເຈົ້າ​ໄດ້​ອີກ​ແລ້ວ; ເທດສະການ​ທັງໝົດ​ເຫຼົ່ານັ້ນ​ເປັນ​ມົນທິນ ເພາະ​ການບາບ​ຂອງ​ພວກເຈົ້າ.


ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້ ເພີ່ມ​ຕື່ມ​ໃສ່​ການ​ເຜົາ​ຖວາຍບູຊາ​ປະຈຳ​ວັນ​ໃນ​ຕອນເຊົ້າ.


ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ເຄື່ອງ​ເຜົາບູຊາ​ດ້ວຍ​ໄຟ​ປະຈຳ​ວັນ​ມີ: ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ໃນ​ວັນ​ຊະບາໂຕ ໃຫ້​ຖວາຍ​ແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ ແລະ​ພືດຜົນ​ເປັນເມັດ​ເປັນ​ແປ້ງເຂົ້າ​ສອງ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ແລະ​ເຫຼົ້າ​ອະງຸ່ນ.


ໃຫ້​ຖວາຍ​ແບ້ເຖິກ​ອີກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ເພີ່ມ​ຕື່ມ​ໃສ່​ແບ້​ທີ່​ຖືກ​ເຜົາບູຊາ​ເພື່ອ​ຊຳລະລ້າງ​ບາບ​ຂອງ​ປະຊາຊົນ ພ້ອມ​ທັງ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳ​ວັນ​ຄູ່​ກັບ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ.


ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ເໝືອນກັນ​ເພື່ອ​ເຮັດ​ພິທີ​ລຶບລ້າງ​ບາບ. ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍບູຊາ​ປະຈຳ​ວັນ​ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ.


ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ຕື່ມ​ໃສ່​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳ​ສຳລັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳວັນ​ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ຖວາຍ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka