Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 28:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ

Uka jalj uñjjattʼäta Copia luraña




ຈົດບັນຊີ 28:1
17 Jak'a apnaqawi uñst'ayäwi  

ແລະ​ເມື່ອໃດ​ທີ່​ມີ​ການ​ເຜົາບູຊາ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ​ໃນ​ວັນ​ຊະບາໂຕ, ວັນ​ຂຶ້ນ​ເດືອນ​ໃໝ່ ແລະ​ວັນ​ອື່ນໆ​ອີກ. ກົດ​ຕ່າງໆ​ນີ້​ໄດ້​ເຮັດ​ໄວ້​ຢ່າງ​ສະເພາະ​ເຈາະຈົງ​ຕໍ່​ຈຳນວນ​ຄົນເລວີ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ນີ້. ຊາວ​ເລວີ​ໄດ້​ຖືກ​ມອບໝາຍ​ໃຫ້​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະເຈົ້າຢາເວ​ສືບໄປ.


ຂ້າພະເຈົ້າ​ຈະ​ສ້າງ​ວິຫານ ເພື່ອ​ຖວາຍ​ກຽດ​ແກ່​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ. ພຣະວິຫານ​ນັ້ນ​ຈະ​ເປັນ​ບ່ອນ​ສັກສິດ ຊຶ່ງ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ເອງ ຈະ​ເຜົາ​ເຄື່ອງຫອມ​ນະມັດສະການ​ພຣະອົງ ຄື​ບ່ອນ​ທີ່​ພວກ​ຂ້າພະເຈົ້າ​ຈະ​ຖວາຍ​ເຂົ້າຈີ່​ສັກສິດ​ຕະຫລອດໄປ ແລະ​ທັງ​ຈະ​ເປັນ​ບ່ອນ​ເຜົາ​ເຄື່ອງ​ຖວາຍ​ທຸກໆເຊົ້າ ແລະ​ທຸກໆແລງ​ຕະຫລອດ​ທັງ​ວັນ​ຊະບາໂຕ, ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ແລະ​ວັນ​ສັກສິດ​ອື່ນໆ ເປັນ​ການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພຣະອົງ​ໄດ້​ສັ່ງ​ໃຫ້​ຊາດ​ອິດສະຣາເອນ​ປະຕິບັດ​ເຊັ່ນນີ້​ຕະຫລອດໄປ.


ເຢໂຮຍອາດາ​ໄດ້​ຕັ້ງ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ໃຫ້​ດູແລ​ວຽກງານ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ​ຕາມ​ຄຳສັ່ງ​ທີ່​ກະສັດ​ດາວິດ​ໄດ້​ຈັດຕັ້ງ​ໄວ້ ໂດຍ​ໃຫ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຕາມ​ກົດບັນຍັດ​ຂອງ​ໂມເຊ. ນອກຈາກນີ້​ແລ້ວ ພວກເຂົາ​ຍັງ​ເປັນ​ຜູ້​ຮັບຜິດຊອບ​ຝ່າຍ​ດົນຕຼີ​ແລະ​ພິທີ​ສະຫລອງ.


ເພິ່ນ​ໄດ້​ຈັດຫາ​ສັດ​ຈາກ​ຝູງແກະ​ແລະ​ຝູງງົວ​ຂອງ​ເພິ່ນ​ເອງ​ມາ ເພື່ອ​ເຜົາ​ຖວາຍບູຊາ​ທຸກໆເຊົ້າ​ແລະ​ທຸກໆແລງ ສຳລັບ​ຖວາຍ​ໃນ​ວັນ​ຊະບາໂຕ, ໃນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ແລະ​ໃນ​ເທດສະການ​ອື່ນໆ​ທີ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້.


ເພິ່ນ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ຕາມ​ກົດບັນຍັດ​ຂອງ​ໂມເຊ​ທີ່​ໄດ້​ກຳນົດ​ໄວ້ ດັ່ງນີ້: ວັນ​ຊະບາໂຕ, ວັນ​ເດືອນ​ອອກ​ໃໝ່, ເທດສະການ​ສາມ​ປາງ​ປະຈຳ​ປີ​ຄື: ວັນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ, ວັນ​ສະຫລອງ​ການ​ເກັບກ່ຽວ ແລະ​ເທດສະການ​ປຸກຕຸບຢູ່.


ທຸກໆ​ວັນ ພວກທ່ານ​ຕ້ອງ​ຈັດຫາ​ລູກ​ງົວເຖິກ, ແກະ, ຫລື​ລູກແກະ ເພື່ອ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ແຫ່ງ​ສະຫວັນ ພ້ອມ​ທັງ​ເຂົ້າເດືອຍ, ເກືອ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ໃຫ້​ແກ່​ບັນດາ​ປະໂຣຫິດ​ທີ່​ນະຄອນ​ເຢຣູຊາເລັມ​ຕາມ​ຄວາມ​ຕ້ອງການ.


ພວກ​ຂ້ານ້ອຍ​ຈະ​ຈັດຫາ​ໄວ້​ສຳລັບ​ການ​ນະມັດສະການ​ໃນ​ພຣະວິຫານ ດັ່ງນີ້: ເຂົ້າຈີ່​ສັກສິດ, ພືດຜົນ​ເປັນເມັດ​ທີ່​ຖວາຍ​ປະຈຳວັນ, ສັດ​ຫລາຍ​ໂຕ​ທີ່​ຕ້ອງ​ເຜົາບູຊາ​ແຕ່ລະວັນ, ເຄື່ອງ​ຖວາຍບູຊາ​ສັກສິດ​ສຳລັບ​ວັນ​ຊະບາໂຕ, ສຳລັບ​ວັນ​ເດືອນ​ຂຶ້ນ​ໃໝ່ ແລະ​ສຳລັບ​ວັນ​ອື່ນໆ, ເຄື່ອງ​ຖວາຍບູຊາ​ສັກສິດ​ອື່ນໆ, ເຄື່ອງ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ຊາດ​ອິດສະຣາເອນ ແລະ​ສິ່ງ​ອື່ນໆ​ອີກ ທີ່​ຈຳເປັນ​ສຳລັບ​ພຣະວິຫານ.


ການ​ທີ່​ພວກເຈົ້າ​ນຳ​ເອົາ​ເຄື່ອງ​ມາ​ຖວາຍ​ນັ້ນ ເປັນ​ການ​ບໍ່ມີ​ປະໂຫຍດ. ເຮົາ​ເບື່ອໜ່າຍ​ຕໍ່​ກິ່ນ​ທູບ​ຄວັນ​ທຽນ​ຂອງ​ພວກເຈົ້າ. ເຮົາ​ບໍ່​ອາດ​ທົນ​ຕໍ່​ວັນ​ສະຫລອງ​ເດືອນ​ອອກໃໝ່, ວັນ​ຊະບາໂຕ ແລະ​ການ​ມາ​ເຕົ້າໂຮມ​ກັນ​ອື່ນໆ​ຂອງ​ພວກເຈົ້າ​ໄດ້​ອີກ​ແລ້ວ; ເທດສະການ​ທັງໝົດ​ເຫຼົ່ານັ້ນ​ເປັນ​ມົນທິນ ເພາະ​ການບາບ​ຂອງ​ພວກເຈົ້າ.


ເມື່ອ​ມີ​ການ​ຖົກຖຽງ​ກັນ​ເກີດຂຶ້ນ ບັນດາ​ປະໂຣຫິດ​ຕ້ອງ​ຕັດສິນ​ຄະດີ​ນັ້ນ​ຕາມ​ກົດບັນຍັດ​ຕ່າງໆ​ຂອງເຮົາ. ພວກເຂົາ​ຕ້ອງ​ຮັກສາ​ເທດສະການ​ຕ່າງໆ​ທາງ​ສາສະໜາ ຕາມ​ກົດ​ແລະ​ຂໍ້​ລະບຽບ​ຕ່າງໆ​ຂອງເຮົາ ແລະ​ທັງ​ໃຫ້​ພວກເຂົາ​ຮັກສາ​ວັນ​ຊະບາໂຕ​ເປັນ​ວັນ​ບໍຣິສຸດ​ອີກ​ດ້ວຍ.


ມັນ​ແມ່ນ​ໜ້າທີ່​ຂອງ​ລາວ​ທີ່​ຈະ​ຈັດຫາ​ສັດ​ມາ​ເຜົາ​ຖວາຍບູຊາ ເອົາ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ​ມາ​ຖວາຍ​ສຳລັບ​ຊົນຊາດ​ອິດສະຣາເອນ​ທັງໝົດ ຍາມ​ເທດສະການ​ເດືອນ​ຂຶ້ນ​ໃໝ່, ໃນ​ວັນ​ຊະບາໂຕ ແລະ​ໃນ​ເທດສະການ​ອື່ນໆ. ລາວ​ຕ້ອງ​ຈັດຫາ​ເຄື່ອງ​ບູຊາ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍບູຊາ​ເຜົາ​ທັງໝົດ ແລະ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ມາ​ຖວາຍ​ເພື່ອ​ເປັນ​ການ​ຍົກ​ບາບ​ແກ່​ປະຊາຊົນ​ອິດສະຣາເອນ.”


ໃນ​ວັນ​ກິນລ້ຽງ​ຫລື​ວັນ​ສະຫລອງ​ຕ່າງໆ ໃຫ້​ຖວາຍ​ພືດຜົນ​ເປັນເມັດ​ສິບເຈັດ​ລິດ​ເຄິ່ງ ພ້ອມ​ກັບ​ງົວເຖິກ ຫລື​ແກະເຖິກ​ໂຕໜຶ່ງ ແລະ​ພ້ອມ​ກັບ​ລູກແກະ​ແຕ່ລະໂຕ​ນັ້ນ ສຸດແລ້ວແຕ່​ຜູ້​ຢາກ​ຖວາຍ. ໃຫ້​ຖວາຍ​ນໍ້າມັນ​ໝາກກອກເທດ​ສາມ​ລິດ ພ້ອມ​ກັບ​ພືດຜົນ​ເປັນເມັດ​ສິບເຈັດ​ລິດ​ເຄິ່ງ.


ຫລັງຈາກ​ນັ້ນ ອາໂຣນ​ໄດ້​ຖວາຍ​ເຄື່ອງ​ບູຊາ​ສຳລັບ​ປະຊາຊົນ. ເພິ່ນ​ໄດ້​ນຳ​ແບ້ເຖິກ​ທີ່​ຕ້ອງ​ຖືກ​ຖວາຍ​ສຳລັບ​ການບາບ​ຂອງ​ປະຊາຊົນ​ມາ ແລ້ວ​ຂ້າປາດຄໍ​ແບ້​ນັ້ນ ແລະ​ຖວາຍ​ເປັນ​ເຄື່ອງ​ບູຊາ​ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ສຳລັບ​ພິທີ​ລຶບລ້າງ​ບາບ​ຂອງຕົນ.


ເພິ່ນ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ໂຢຊວຍ ແລະ​ປະກາດ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ສືບທອດ​ຕຳແໜ່ງ​ແທນ​ຕົນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໄວ້​ທຸກປະການ.


ໃຫ້​ແນະນຳ​ຊາວ​ອິດສະຣາເອນ​ຖວາຍ​ອາຫານ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ ທີ່​ຈຳເປັນ​ແລະ​ພໍໃຈ​ພຣະອົງ ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ດັ່ງນີ້:


ພວກເຈົ້າ​ຖື​ວັນ ຖື​ເດືອນ ຖື​ລະດູ ແລະ​ຖື​ປີ.


ເຫດສະນັ້ນ ຢ່າ​ໃຫ້​ຜູ້ໃດ​ກ່າວໂທດ​ພວກເຈົ້າ​ໃນ​ເລື່ອງ​ການ​ກິນການ​ດື່ມ ຫລື​ໃນ​ເລື່ອງ​ວັນ​ສຳຄັນ​ທາງ​ສາສະໜາ ຫລື​ໃນ​ເລື່ອງ​ງານ​ສະຫລອງ​ວັນ​ເດືອນ​ອອກ​ໃໝ່ ຫລື​ໃນ​ເລື່ອງ​ວັນ​ຊະບາໂຕ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka