ຈົດບັນຊີ 27:7 - ພຣະຄຳພີສັກສິ7 “ສິ່ງທີ່ພວກລູກສາວຂອງເຊໂລເຟຮັດຂໍຮ້ອງນັ້ນແມ່ນສິ່ງທີ່ຖືກຕ້ອງ ຈົ່ງໃຫ້ພວກເຂົາມີດິນແດນຢູ່ໃນທ່າມກາງຍາດຕິພີ່ນ້ອງພໍ່ຂອງພວກເຂົາໄດ້. ໃຫ້ສ່ວນມໍຣະດົກຂອງເຊໂລເຟຮັດຕົກທອດມາເຖິງພວກເຂົາ. Uka jalj uñjjattʼäta |
ພວກນາງໄດ້ໄປຫາປະໂຣຫິດເອເລອາຊາ, ໂຢຊວຍລູກຊາຍຂອງນູນ, ພ້ອມທັງບັນດາຜູ້ນຳ ແລະເວົ້າວ່າ, “ພຣະເຈົ້າຢາເວໄດ້ສັ່ງໂມເຊມອບດິນແດນສ່ວນໜຶ່ງ ໃຫ້ເປັນກຳມະສິດຂອງພວກຂ້ານ້ອຍ ຄືກັນກັບບັນດາຜູ້ຊາຍທີ່ເປັນຍາດຕິພີ່ນ້ອງຂອງພວກຂ້ານ້ອຍ.” ດັ່ງນັ້ນ ຕາມຄຳສັ່ງຂອງພຣະເຈົ້າຢາເວ ພວກນາງຈຶ່ງໄດ້ຮັບດິນແດນເໝືອນກັນກັບພວກຜູ້ຊາຍ ທີ່ເປັນຍາດຕິພີ່ນ້ອງຂອງພວກຕົນ.