6 ແລະພຣະເຈົ້າຢາເວກໍໄດ້ບອກເພິ່ນວ່າ,
ໂມເຊໄດ້ນຳເລື່ອງນີ້ໄປຕໍ່ໜ້າພຣະເຈົ້າຢາເວ
“ສິ່ງທີ່ພວກລູກສາວຂອງເຊໂລເຟຮັດຂໍຮ້ອງນັ້ນແມ່ນສິ່ງທີ່ຖືກຕ້ອງ ຈົ່ງໃຫ້ພວກເຂົາມີດິນແດນຢູ່ໃນທ່າມກາງຍາດຕິພີ່ນ້ອງພໍ່ຂອງພວກເຂົາໄດ້. ໃຫ້ສ່ວນມໍຣະດົກຂອງເຊໂລເຟຮັດຕົກທອດມາເຖິງພວກເຂົາ.
ດັ່ງນັ້ນ ຈຶ່ງບໍ່ມີຄວາມແຕກຕ່າງອັນໃດ ລະຫວ່າງຄົນຢິວແລະຄົນຕ່າງຊາດ ລະຫວ່າງທາດແລະອິດສະຫລະ ລະຫວ່າງຊາຍແລະຍິງ ເພາະພວກເຈົ້າທຸກຄົນເປັນອັນໜຶ່ງອັນດຽວກັນໃນພຣະຄຣິດເຈົ້າເຢຊູ.