Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 27:5 - ພຣະຄຳພີສັກສິ

5 ໂມເຊ​ໄດ້​ນຳ​ເລື່ອງ​ນີ້​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ

Uka jalj uñjjattʼäta Copia luraña




ຈົດບັນຊີ 27:5
12 Jak'a apnaqawi uñst'ayäwi  

ຂ້ອຍ​ຈະ​ຖະແຫລງ​ຄະດີ​ຂອງຂ້ອຍ​ຕໍ່ໜ້າ​ພຣະອົງ ແລະ​ຂ້ອຍ​ຈະ​ໃຫ້​ປາກ​ຂອງຂ້ອຍ​ເຕັມ​ໄປ​ດ້ວຍ​ການ​ໂຕ້​ແຍ້ງ.


ເຮົາ​ຈະ​ພົບ​ກັບ​ເຈົ້າ​ຢູ່​ທີ່​ເທິງ​ຝາອັດ​ຫີບ​ນັ້ນ ຄື​ຢູ່​ລະຫວ່າງ​ເທິງ​ປີກ​ທັງສອງ​ຂອງ​ເຄຣຸບ; ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ກົດບັນຍັດ​ຕ່າງໆ​ຂອງເຮົາ​ແກ່​ປະຊາຊົນ​ອິດສະຣາເອນ.


ແລ້ວ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມຂັງ​ລາວ​ໄວ້ ເພາະ​ຍັງ​ບໍ່​ຮູ້​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ລາວ​ເທື່ອ.


ລາວ​ຈະ​ເພິ່ງ​ປະໂຣຫິດ​ເອເລອາຊາ ຜູ້​ທີ່​ຈະ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ໂດຍ​ໃຊ້​ອຸຣິມ​ແລະ​ທຸມມິມ ຕໍ່ໜ້າ​ພຣະເຈົ້າຢາເວ ອັນ​ນີ້​ຈະ​ແມ່ນ​ວິທີ​ທີ່​ເອເລອາຊາ ນຳພາ​ໂຢຊວຍ ແລະ​ຊຸມຊົນ​ອິດສະຣາເອນ ໃນ​ວຽກ​ການ​ທັງໝົດ​ຂອງ​ພວກເຂົາ.”


ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ນາມຊື່​ພໍ່​ຂອງ​ພວກເຮົາ​ຕ້ອງ​ດັບສູນ​ໄປ​ຈາກ​ຊາດ​ອິດສະຣາເອນ ເພາະ​ເພິ່ນ​ບໍ່ມີ​ລູກ​ຜູ້ຊາຍ​ພຽງ​ເທົ່ານັ້ນ​ຊັ້ນບໍ? ຂໍ​ໃຫ້​ພວກເຮົາ​ມີ​ດິນແດນ ຢູ່​ໃນ​ທ່າມກາງ​ຍາດຕິພີ່ນ້ອງ​ຂອງ​ພວກເຮົາ​ດ້ວຍ​ເຖີດ.”


ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ບອກ​ເພິ່ນ​ວ່າ,


ພວກເຂົາ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ທ່ານ ໃຫ້​ແບ່ງປັນ​ດິນແດນ​ແກ່​ປະຊາຊົນ​ອິດສະຣາເອນ ໂດຍ​ວິທີ​ໃຊ້​ສະຫລາກ. ພຣະເຈົ້າຢາເວ​ຍັງ​ໄດ້​ສັ່ງ​ທ່ານ​ໃຫ້​ຍົກ​ດິນແດນ ທີ່​ເປັນ​ສ່ວນ​ຂອງ​ເຊໂລເຟຮັດ​ພີ່ນ້ອງ​ຂອງ​ພວກເຮົາ​ໃຫ້​ພວກ​ລູກສາວ​ຂອງ​ລາວ.


ໂມເຊ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ລໍ​ຖ້າ​ຈົນກວ່າ​ຂ້າພະເຈົ້າ​ໄດ້​ຮັບ​ຄຳແນະນຳ ຈາກ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້.”


ພວກ​ນາງ​ໄດ້​ໄປ​ຫາ​ປະໂຣຫິດ​ເອເລອາຊາ, ໂຢຊວຍ​ລູກຊາຍ​ຂອງ​ນູນ, ພ້ອມ​ທັງ​ບັນດາ​ຜູ້ນຳ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ມອບ​ດິນແດນ​ສ່ວນ​ໜຶ່ງ ໃຫ້​ເປັນ​ກຳມະສິດ​ຂອງ​ພວກ​ຂ້ານ້ອຍ ຄື​ກັນ​ກັບ​ບັນດາ​ຜູ້ຊາຍ​ທີ່​ເປັນ​ຍາດຕິພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ.” ດັ່ງນັ້ນ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພວກ​ນາງ​ຈຶ່ງ​ໄດ້​ຮັບ​ດິນແດນ​ເໝືອນກັນ​ກັບ​ພວກ​ຜູ້ຊາຍ ທີ່​ເປັນ​ຍາດຕິພີ່ນ້ອງ​ຂອງ​ພວກຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka