3 “ພໍ່ຂອງພວກເຮົາໄດ້ຕາຍໃນຖິ່ນແຫ້ງແລ້ງກັນດານ ໂດຍບໍ່ມີລູກຊາຍຈັກຄົນ. ເພິ່ນບໍ່ແມ່ນພັກພວກຂອງໂກຣາຜູ້ທີ່ໄດ້ກະບົດຕໍ່ພຣະເຈົ້າຢາເວ ເພິ່ນໄດ້ຕາຍໄປຍ້ອນບາບກຳຂອງເພິ່ນເອງ.
ຊີວິດແຕ່ລະບຸກຄົນຂຶ້ນຢູ່ກັບເຮົາ ຄືຊີວິດຜູ້ເປັນພໍ່ແມ່ ກໍເໝືອນກັນກັບຊີວິດຂອງຜູ້ເປັນລູກ. ບຸກຄົນໃດທີ່ເຮັດບາບ ບຸກຄົນນັ້ນແຫຼະທີ່ສົມຄວນຈະຕ້ອງຕາຍ.
ເຮົາແມ່ນພຣະເຈົ້າຢາເວ ເຮົາໄດ້ກ່າວວ່າ ເຮົາຈະເຮັດເຊັ່ນນີ້ຕໍ່ຄົນຢ່າງພວກເຈົ້າ ທີ່ຮ່ວມຫົວກັນຕໍ່ສູ້ເຮົາ. ພວກເຈົ້າແຕ່ລະຄົນຈະຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານນີ້.”’
ແລ້ວໂກຣາກໍຮວບຮວມພັກພວກຂອງຕົນ ມາຢືນປະເຊີນໜ້າກັບໂມເຊແລະອາໂຣນ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍປາກົດຕໍ່ຊຸມຊົນທັງໝົດ
ຈຳນວນຄົນຕາຍມີ 14.700 ຄົນໂດຍບໍ່ນັບຜູ້ທີ່ຕາຍຍ້ອນໂກຣາໄດ້ກະບົດ.
ເຊໂລເຟຮັດຜູ້ທີ່ເປັນລູກຊາຍຂອງເຮເຟບໍ່ມີລູກຊາຍ ມີແຕ່ລູກສາວ ຊຶ່ງມີຊື່ດັ່ງນີ້: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະຕີຣະຊາ.
ພວກເຂົາມາຢືນຢູ່ຊ້ອງໜ້າໂມເຊປະໂຣຫິດເອເລອາຊາ, ບັນດາຜູ້ນຳ ແລະຊຸມຊົນທັງໝົດ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະຮຽກຮ້ອງສິດທິຂອງພວກຕົນວ່າ,
ເປັນຫຍັງຈຶ່ງເຮັດໃຫ້ນາມຊື່ພໍ່ຂອງພວກເຮົາຕ້ອງດັບສູນໄປຈາກຊາດອິດສະຣາເອນ ເພາະເພິ່ນບໍ່ມີລູກຜູ້ຊາຍພຽງເທົ່ານັ້ນຊັ້ນບໍ? ຂໍໃຫ້ພວກເຮົາມີດິນແດນ ຢູ່ໃນທ່າມກາງຍາດຕິພີ່ນ້ອງຂອງພວກເຮົາດ້ວຍເຖີດ.”
ພຣະເຢຊູເຈົ້າໄດ້ກ່າວຕໍ່ພວກເຂົາວ່າ, “ເຮົາຈະຈາກໄປ ເຈົ້າທັງຫລາຍຈະຊອກຫາເຮົາ, ແຕ່ພວກເຈົ້າຈະຕາຍໃນບາບກຳຂອງພວກເຈົ້າ ພວກເຈົ້າໄປບ່ອນທີ່ເຮົາຈະໄປນັ້ນບໍ່ໄດ້.”
ດ້ວຍເຫດນີ້ ເຮົາຈຶ່ງບອກເຈົ້າທັງຫລາຍວ່າ, ພວກເຈົ້າຈະຕາຍໃນບາບກຳຂອງພວກເຈົ້າ ເພາະວ່າຖ້າພວກເຈົ້າບໍ່ໄດ້ເຊື່ອວ່າ ‘ເຮົາເປັນຜູ້ທີ່ເຮົາເປັນ’ ພວກເຈົ້າຈະຕາຍໃນບາບກຳຂອງຕົນ.”
ດ້ວຍເຫດນັ້ນ ຄວາມບາບໄດ້ເຂົ້າມາໃນໂລກ ເພາະດ້ວຍມະນຸດຄົນດຽວ ແລະຄວາມຕາຍກໍໄດ້ເກີດມາຍ້ອນຄວາມຜິດບາບນັ້ນ. ຢ່າງນັ້ນແຫຼະ ຄວາມຕາຍຈຶ່ງໄດ້ລາມໄປເຖິງມະນຸດທຸກຄົນ ເພາະວ່າທຸກຄົນໄດ້ເຮັດບາບແລ້ວ.
ເພື່ອວ່າບາບກຳໄດ້ຄອບງຳໃຫ້ເຖິງຊຶ່ງຄວາມຕາຍສັນໃດ, ພຣະຄຸນຂອງພຣະເຈົ້າກໍຄອບງຳໃຫ້ເຖິງຊຶ່ງຄວາມຊອບທຳ ທັງນຳພວກເຮົາໄປສູ່ຊີວິດນິຣັນດອນ ໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາສັນນັ້ນ.
ດ້ວຍວ່າ, ຄ່າຈ້າງຂອງຄວາມຜິດບາບກໍຄືຄວາມຕາຍ ແຕ່ຂອງພຣະຣາຊທານອັນໂຜດມາແຕ່ພຣະເຈົ້າ ກໍຄືຊີວິດນິຣັນດອນໃນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.