23 ເພິ່ນໄດ້ວາງມືລົງເທິງຫົວໂຢຊວຍ ແລະປະກາດແຕ່ງຕັ້ງລາວໃຫ້ເປັນຜູ້ສືບທອດຕຳແໜ່ງແທນຕົນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນໄວ້ທຸກປະການ.
ດັ່ງນັ້ນ ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງໄປເອົາໂຢຊວຍລູກຊາຍຂອງນູນຜູ້ທີ່ມີພຣະວິນຍານ ແລ້ວຈົ່ງວາງມືເທິງຫົວລາວແຕ່ງຕັ້ງລາວ.
ໃຫ້ລາວຢືນຢູ່ຕໍ່ໜ້າປະໂຣຫິດເອເລອາຊາ ແລະ ຊຸມຊົນທັງໝົດ ແລະໃນທີ່ນັ້ນຈົ່ງປະກາດແຕ່ງຕັ້ງລາວຕໍ່ໜ້າພວກເຂົາໃຫ້ເປັນຜູ້ສືບທອດຕຳແໜ່ງແທນເຈົ້າ.
ໂມເຊເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງຕົນນັ້ນ. ເພິ່ນໃຫ້ໂຢຊວຍມາຢືນຢູ່ຕໍ່ໜ້າປະໂຣຫິດເອເລອາຊາແລະຊຸມຊົນ.
ພຣະເຈົ້າຢາເວໄດ້ບອກໂມເຊ
ແລ້ວຂ້າພະເຈົ້າກໍແນະນຳໂຢຊວຍວ່າ, ‘ເຈົ້າໄດ້ເຫັນໝົດທຸກສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ເຮັດກັບກະສັດທັງສອງຄົນນັ້ນແລ້ວ ຄືເຈົ້າສີໂຫນແລະເຈົ້າໂອກ ແລະພຣະເຈົ້າຢາເວຈະເຮັດຢ່າງດຽວກັບຄົນອື່ນໆ ໃນດິນແດນທີ່ພວກເຈົ້າຈະບຸກລຸກເຂົ້າໄປ.
ເຈົ້າຈົ່ງແນະນຳໂຢຊວຍແລະໃຫ້ກຳລັງໃຈລາວ ໃຫ້ເດັດດ່ຽວກ້າຫານຫລາຍຍິ່ງຂຶ້ນ ເພາະລາວຈະຕ້ອງເປັນຜູ້ນຳພາປະຊາຊົນຂ້າມແມ່ນໍ້າຈໍແດນ ເຂົ້າໄປຢຶດຄອງດິນແດນທີ່ເຈົ້າເຫັນຢູ່ນີ້.’
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂຢຊວຍລູກຊາຍຂອງນູນ ໂດຍໄດ້ບອກລາວວ່າ, “ຈົ່ງເດັດດ່ຽວແລະກ້າຫານ ເຈົ້າຈະນຳພາປະຊາຊົນອິດສະຣາເອນເຂົ້າໄປໃນດິນແດນ ທີ່ເຮົາໄດ້ສັນຍາໄວ້ກັບພວກເຂົາແລະເຮົາຈະຢູ່ກັບເຈົ້າ.”
ໂຢຊວຍລູກຊາຍຂອງນູນກໍເຕັມໄປດ້ວຍສະຕິປັນຍາ ເພາະວ່າໂມເຊໄດ້ແຕ່ງຕັ້ງເພິ່ນໃຫ້ຮັບໜ້າທີ່ແທນ. ປະຊາຊົນອິດສະຣາເອນໄດ້ເຊື່ອຟັງໂຢຊວຍ ແລະໄດ້ເຮັດຕາມຄຳສັ່ງທຸກຂໍ້ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາຜ່ານທາງໂມເຊ.