22 ໂມເຊເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງຕົນນັ້ນ. ເພິ່ນໃຫ້ໂຢຊວຍມາຢືນຢູ່ຕໍ່ໜ້າປະໂຣຫິດເອເລອາຊາແລະຊຸມຊົນ.
ເຊື້ອສາຍຂອງອາໂຣນ ມີດັ່ງນີ້: ລູກຊາຍຂອງອາໂຣນແມ່ນເອເລອາຊາ, ລູກຊາຍຂອງເອເລອາຊາແມ່ນຟີເນຮາ, ລູກຊາຍຂອງຟີເນຮາແມ່ນອາບີຊູອາ,
ລາວຈະເພິ່ງປະໂຣຫິດເອເລອາຊາ ຜູ້ທີ່ຈະຮຽນຮູ້ຄວາມປະສົງຂອງເຮົາ ໂດຍໃຊ້ອຸຣິມແລະທຸມມິມ ຕໍ່ໜ້າພຣະເຈົ້າຢາເວ ອັນນີ້ຈະແມ່ນວິທີທີ່ເອເລອາຊາ ນຳພາໂຢຊວຍ ແລະຊຸມຊົນອິດສະຣາເອນ ໃນວຽກການທັງໝົດຂອງພວກເຂົາ.”
ເພິ່ນໄດ້ວາງມືລົງເທິງຫົວໂຢຊວຍ ແລະປະກາດແຕ່ງຕັ້ງລາວໃຫ້ເປັນຜູ້ສືບທອດຕຳແໜ່ງແທນຕົນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນໄວ້ທຸກປະການ.