20 ເຈົ້າຈົ່ງມອບສິດແລະອຳນາດບາງສ່ວນຂອງເຈົ້າໃຫ້ແກ່ລາວ ເພື່ອວ່າຊຸມຊົນອິດສະຣາເອນທັງໝົດຈະຍອມເຊື່ອຟັງລາວ.
ພວກຜູ້ທຳນວາຍຫ້າສິບຄົນ ຈາກເມືອງເຢຣິໂກເຫັນເພິ່ນ ພວກເຂົາຈຶ່ງເວົ້າວ່າ, “ຣິດອຳນາດຂອງເອລີຢາໄດ້ຢູ່ກັບເອລີຊາແລ້ວ.” ພວກນັ້ນໄດ້ເຂົ້າໄປຫາເພິ່ນ ແລະກົ້ມຂາບລົງ
ດັ່ງນັ້ນ ໂຊໂລໂມນຈຶ່ງໄດ້ຂຶ້ນເປັນກະສັດແທນດາວິດພໍ່ຂອງຕົນ ຜູ້ທີ່ພຣະເຈົ້າຢາເວໄດ້ຕັ້ງຂຶ້ນ. ເພິ່ນເປັນກະສັດທີ່ປະສົບຄວາມສຳເລັດ ແລະປະຊາຊົນອິດສະຣາເອນທັງຊາດກໍເຊື່ອຟັງເພິ່ນ.
ພຣະເຈົ້າຢາເວໄດ້ເຮັດໃຫ້ຊົນຊາດທັງໝົດເກງກົວກະສັດໂຊໂລໂມນ ແລະພຣະອົງໄດ້ບັນດານໃຫ້ເພິ່ນມີກຽດຍິ່ງໃຫຍ່ກວ່າກະສັດໃດໆທີ່ປົກຄອງປະເທດອິດສະຣາເອນ.
ເຮົາຈະລົງມາກ່າວແກ່ເຈົ້າຢູ່ໃນທີ່ນັ້ນ ແລະເຮົາຈະເອົາພຣະວິນຍານບາງສ່ວນ ທີ່ເຮົາໄດ້ປະທານໃຫ້ເຈົ້າ ແລະມອບໃຫ້ພວກເຂົາ. ແລ້ວພວກເຂົາກໍຈະຊ່ວຍເຈົ້າຮັບຜິດຊອບປະຊາຊົນເຫຼົ່ານີ້ ເພື່ອເຈົ້າຈະບໍ່ຕ້ອງຮັບພາລະນີ້ຜູ້ດຽວ.
ໃຫ້ລາວຢືນຢູ່ຕໍ່ໜ້າປະໂຣຫິດເອເລອາຊາ ແລະ ຊຸມຊົນທັງໝົດ ແລະໃນທີ່ນັ້ນຈົ່ງປະກາດແຕ່ງຕັ້ງລາວຕໍ່ໜ້າພວກເຂົາໃຫ້ເປັນຜູ້ສືບທອດຕຳແໜ່ງແທນເຈົ້າ.
ລາວຈະເພິ່ງປະໂຣຫິດເອເລອາຊາ ຜູ້ທີ່ຈະຮຽນຮູ້ຄວາມປະສົງຂອງເຮົາ ໂດຍໃຊ້ອຸຣິມແລະທຸມມິມ ຕໍ່ໜ້າພຣະເຈົ້າຢາເວ ອັນນີ້ຈະແມ່ນວິທີທີ່ເອເລອາຊາ ນຳພາໂຢຊວຍ ແລະຊຸມຊົນອິດສະຣາເອນ ໃນວຽກການທັງໝົດຂອງພວກເຂົາ.”
ໃນທັນໃດນັ້ນ ພຣະວິນຍານຂອງພຣະເຈົ້າຢາເວຈະເຂົ້າຄວບຄຸມເຈົ້າ ແລະເຈົ້າຈະເຂົ້າຮ່ວມກັບພວກເຂົາທຳນວາຍ ແລະເຈົ້າຈະປ່ຽນເປັນຄົນໃໝ່.
ເມື່ອໂຊນຈາກຊາມູເອນໄປແລ້ວ ພຣະເຈົ້າກໍປ່ຽນໂຊນເປັນຄົນໃໝ່. ທຸກໆສິ່ງທີ່ຊາມູເອນໄດ້ບອກໄວ້ກັບລາວກໍເກີດຂຶ້ນໃນມື້ນັ້ນ.