Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 27:18 - ພຣະຄຳພີສັກສິ

18 ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ໄປ​ເອົາ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ທີ່​ມີ​ພຣະວິນຍານ ແລ້ວ​ຈົ່ງ​ວາງ​ມື​ເທິງ​ຫົວ​ລາວ​ແຕ່ງຕັ້ງ​ລາວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 27:18
32 Jak'a apnaqawi uñst'ayäwi  

ແລະ​ກະສັດ​ກ່າວ​ຕໍ່​ບັນດາ​ຂ້າຣາຊການ​ວ່າ, “ພວກເຮົາ​ຈະ​ບໍ່​ພົບ​ຄົນ​ດີກວ່າ​ໂຢເຊັບ​ເລີຍ ຄື​ຄົນ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ນຳ.”


ລູກຊາຍ​ຂອງ​ເອລີຊາມາ​ແມ່ນ​ນູນ, ລູກຊາຍ​ຂອງ​ນູນ​ແມ່ນ​ໂຢຊວຍ.


ໂມເຊ​ຈຶ່ງ​ສັ່ງ​ໂຢຊວຍ​ວ່າ, “ມື້ອື່ນ ເຈົ້າ​ຈົ່ງ​ເລືອກເຟັ້ນ​ເອົາ​ບາງຄົນ ອອກ​ໄປ​ສູ້ຮົບ​ກັບ​ຊາວ​ອາມາເຫຼັກ. ສ່ວນ​ເຮົາ​ເອງ​ຈະ​ຖື​ໄມ້ຄ້ອນເທົ້າ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ນັ້ນ ຢືນ​ເບິ່ງ​ຢູ່​ເທິງ​ເນີນພູ.”


ເຮົາ​ໄດ້ຍິນ​ວ່າ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ ແລະ​ເຈົ້າ​ເປັນ​ຜູ້​ຊຳນິ​ຊຳນານ ທັງ​ມີ​ຄວາມ​ຮອບຮູ້​ແລະ​ມີ​ສະຕິປັນຍາ.


ເຮົາ​ຈະ​ລົງ​ມາ​ກ່າວ​ແກ່​ເຈົ້າ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ເອົາ​ພຣະວິນຍານ​ບາງສ່ວນ ທີ່​ເຮົາ​ໄດ້​ປະທານ​ໃຫ້​ເຈົ້າ ແລະ​ມອບ​ໃຫ້​ພວກເຂົາ. ແລ້ວ​ພວກເຂົາ​ກໍ​ຈະ​ຊ່ວຍ​ເຈົ້າ​ຮັບຜິດຊອບ​ປະຊາຊົນ​ເຫຼົ່ານີ້ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ພາລະ​ນີ້​ຜູ້​ດຽວ.


ພວກ​ເຫຼົ່ານີ້​ແມ່ນ​ນັກສືບ​ສອດແນມ ທີ່​ໂມເຊ​ສົ່ງ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເພິ່ນ​ໄດ້​ປ່ຽນ​ຊື່​ໃຫ້​ໂຮເຊຢາ​ລູກຊາຍ​ຂອງ​ນູນ​ວ່າ ໂຢຊວຍ.


ເພິ່ນ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ໂຢຊວຍ ແລະ​ປະກາດ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ສືບທອດ​ຕຳແໜ່ງ​ແທນ​ຕົນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໄວ້​ທຸກປະການ.


ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ​ນັ້ນ ກ່າວ​ພຣະທຳ​ຂອງ​ພຣະເຈົ້າ ເພາະ​ພຣະເຈົ້າ​ໄດ້​ປະທານ​ພຣະວິນຍານ​ໃຫ້​ເພິ່ນ​ຢ່າງ​ບໍ່​ຈຳກັດ.


ຫລັງຈາກ​ພວກ​ພີ່ນ້ອງ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ແລ້ວ ກໍໄດ້​ວາງ​ມື​ໃສ່​ບາຣະນາບາ​ກັບ​ໂຊໂລ ຈຶ່ງ​ໃຊ້​ພວກເພິ່ນ​ໄປ.


ໂປໂລ​ໄດ້​ວາງ​ມື​ໃສ່​ພວກເຂົາ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ພວກເຂົາ​ຈຶ່ງ​ຕັ້ງຕົ້ນ​ປາກ​ພາສາ​ແປກໆ ແລະ​ທຳນວາຍ.


ດ້ວຍເຫດນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ມີ​ຊື່ສຽງ​ດີ ທີ່​ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ສະຕິປັນຍາ ພວກເຮົາ​ຈະ​ຕັ້ງ​ໃຫ້​ພວກເຂົາ​ຮັບຜິດຊອບ​ດູແລ​ໃນ​ການ​ງານ​ນີ້.


ພວກເຂົາ​ໄດ້​ນຳ​ຄົນ​ທັງ​ເຈັດ​ນີ້ ມາ​ສະເໜີ​ຕໍ່​ພວກ​ອັກຄະສາວົກ ແລະ​ພວກເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ວາງ​ມື​ໃສ່​ພວກເຂົາ.


ຍ້ອນ​ພວກເຈົ້າ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຂ້າພະເຈົ້າ​ເໝືອນກັນ ແລະ​ກ່າວ​ວ່າ ‘ໂມເຊເອີຍ ເຈົ້າ​ເໝືອນກັນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ


ແລ້ວ​ຂ້າພະເຈົ້າ​ກໍ​ແນະນຳ​ໂຢຊວຍ​ວ່າ, ‘ເຈົ້າ​ໄດ້​ເຫັນ​ໝົດ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ເຮັດ​ກັບ​ກະສັດ​ທັງສອງ​ຄົນ​ນັ້ນ​ແລ້ວ ຄື​ເຈົ້າສີໂຫນ​ແລະ​ເຈົ້າໂອກ ແລະ​ພຣະເຈົ້າຢາເວ​ຈະ​ເຮັດ​ຢ່າງ​ດຽວ​ກັບ​ຄົນອື່ນໆ ໃນ​ດິນແດນ​ທີ່​ພວກເຈົ້າ​ຈະ​ບຸກລຸກ​ເຂົ້າ​ໄປ.


ເຈົ້າ​ຈົ່ງ​ແນະນຳ​ໂຢຊວຍ​ແລະ​ໃຫ້​ກຳລັງໃຈ​ລາວ ໃຫ້​ເດັດດ່ຽວ​ກ້າຫານ​ຫລາຍ​ຍິ່ງ​ຂຶ້ນ ເພາະ​ລາວ​ຈະ​ຕ້ອງ​ເປັນ​ຜູ້​ນຳພາ​ປະຊາຊົນ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ເຈົ້າ​ເຫັນ​ຢູ່​ນີ້.’


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ວ່າ, “ເຈົ້າ​ຈະ​ມີ​ຊີວິດ​ຢູ່​ອີກ​ບໍ່​ດົນ. ຈົ່ງ​ເອີ້ນ​ໂຢຊວຍ​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ແນະນຳ​ລາວ.” ໂມເຊ​ແລະ​ໂຢຊວຍ​ກໍໄດ້​ພາກັນ​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ໂຢຊວຍ​ລູກຊາຍ​ຂອງ​ນູນ ໂດຍ​ໄດ້​ບອກ​ລາວ​ວ່າ, “ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ເຈົ້າ​ຈະ​ນຳພາ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ແລະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ.”


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ພວກເຈົ້າ ແລະ​ພຣະອົງ​ຈະ​ທຳລາຍ​ຊົນຊາດ​ຕ່າງໆ​ທີ່​ອາໄສ​ຢູ່​ທີ່​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ; ໂຢຊວຍ​ຈະ​ເປັນ​ຜູ້​ນຳພາ​ຂອງ​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.


ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ເພາະວ່າ​ໂມເຊ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ຮັບ​ໜ້າທີ່​ແທນ. ປະຊາຊົນ​ອິດສະຣາເອນ​ໄດ້​ເຊື່ອຟັງ​ໂຢຊວຍ ແລະ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ຜ່ານ​ທາງ​ໂມເຊ.


ຢ່າ​ເມີນເສີຍ​ຕໍ່​ຂອງ​ປະທານ ຝ່າຍ​ຈິດ​ວິນຍານ​ທີ່​ມີ​ໃນ​ເຈົ້າ ຊຶ່ງ​ຖືກ​ມອບໝາຍ​ໃຫ້​ເຈົ້າ ເມື່ອ​ພວກ​ຜູ້ທຳນວາຍ​ແລະ​ພວກ​ເຖົ້າແກ່​ວາງ​ມື​ໃສ່​ເຈົ້າ.


ຢ່າ​ຟ້າວ​ວາງ​ມື​ລົງ​ໃສ່​ຜູ້ໃດ ແລະ​ຢ່າ​ເຂົ້າ​ສ່ວນ​ໃນ​ຄວາມ​ບາບ​ກັບ​ຄົນອື່ນ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ.


ແລະ​ຄຳສັ່ງສອນ​ເຖິງ​ເລື່ອງ​ບັບຕິສະມາ ພິທີ​ວາງ​ມື, ການ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ການ​ພິພາກສາ​ລົງໂທດ​ເປັນນິດ.


ພວກ​ຂ້ານ້ອຍ​ຈະ​ເຊື່ອຟັງ​ທ່ານ​ເໝືອນ​ດັ່ງ​ໄດ້​ເຊື່ອ​ຟັງ​ໂມເຊ​ເລື້ອຍ​ມາ. ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ຈົ່ງ​ສະຖິດ​ຢູ່​ກັບ​ທ່ານ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ສະຖິດ​ຢູ່​ກັບ​ໂມເຊ.


ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍ​ລົງ​ມາ​ສະຖິດ​ກັບ​ເຢັບທາ. ລາວ​ໄດ້​ໄປ​ທາງເມືອງ​ກີເລອາດ​ແລະ​ມານາເຊ​ແລະ​ກັບຄືນ​ມາ​ທີ່​ມີຊະປາ​ໃນ​ກີເລອາດ ແລະ​ເດີນທາງ​ເຂົ້າ​ໄປ​ສູ່​ດິນແດນ​ຂອງ​ຊາວ​ອຳໂມນ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ລົງ​ມາ​ຄວບຄຸມ​ລາວ ແລະ​ລາວ​ໄດ້​ກາຍເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ. ໂອດນີເອນ​ໄດ້​ອອກ​ໄປ​ເຮັດ​ເສິກ ແລະ​ພຣະເຈົ້າຢາເວ​ໄດ້​ມອບ​ກະສັດ​ກູຊານ-ຣິຊາທາອິມ​ແຫ່ງ​ອາຣາມ​ໃຫ້​ຢູ່​ໃນ​ກຳມື​ຂອງ​ລາວ ແລະ​ມື​ຂອງ​ລາວ​ກໍ​ເອົາ​ຊະນະ​ຕໍ່​ກູຊານ-ຣິຊາທາອິມ.


ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຄອຍ​ຮັບໃຊ້​ກະສັດ​ໂຊນ​ນັ້ນ​ເວົ້າ​ວ່າ, “ເຢຊີ ຊາວ​ເມືອງ​ເບັດເລເຮັມ​ມີ​ລູກຊາຍ​ຜູ້ໜຶ່ງ​ທີ່​ຫລິ້ນ​ດົນຕຼີ​ເກັ່ງ. ນອກຈາກນີ້ ລາວ​ຍັງ​ເປັນ​ຄົນ​ກ້າຫານ ແລະ​ມີ​ສີສັນ​ສົດໃສ, ເປັນ​ນັກຮົບ​ທີ່​ດີເດັ່ນ ແລະ​ເປັນ​ຜູ້​ກ້າປາກ​ກ້າເວົ້າ. ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka