Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 27:14 - ພຣະຄຳພີສັກສິ

14 ເພາະ​ເຈົ້າ​ທັງສອງ​ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ຄາວ​ທີ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຈົ່ມຮ້າຍ​ໃສ່​ເຮົາ​ທີ່​ເມຣິບາ​ນັ້ນ ເຈົ້າ​ປະຕິເສດ​ບໍ່​ຍອມ​ຮັບ​ຂໍ້ຄຳສັ່ງ​ຂອງເຮົາ​ຕໍ່ໜ້າ​ພວກເຂົາ.” (ເມຣິບາ​ແມ່ນ​ບໍ່ນໍ້າ​ທີ່​ກາເດັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ.)

Uka jalj uñjjattʼäta Copia luraña




ຈົດບັນຊີ 27:14
12 Jak'a apnaqawi uñst'ayäwi  

ສະນັ້ນ ບ່ອນ​ນີ້​ຈຶ່ງ​ໄດ້​ໃສ່​ຊື່​ວ່າ ມັດສາ​ແລະ​ເມຣີບາ ເພາະວ່າ​ຊາວ​ອິດສະຣາເອນ​ໄດ້​ຈົ່ມຮ້າຍ​ທັງ​ທົດລອງ​ພຣະເຈົ້າຢາເວ ເມື່ອ​ພວກເຂົາ​ຖາມ​ວ່າ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ພວກເຮົາ​ຫລື​ບໍ່?”


ດັ່ງນັ້ນ ພວກ​ສອດແນມ​ຈຶ່ງ​ເດີນທາງ​ໄປ​ສູ່​ເຂດເໜືອ ແລະ​ສຳຫລວດ​ເບິ່ງ​ດິນແດນ ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ​ຢູ່​ທາງ​ເຂດ​ໃຕ້ ຈົນເຖິງ​ທາງ​ໄປ​ສູ່​ເມືອງ​ເຣໂຮບ​ໃກ້​ກັບ​ຊ່ອງແຄບ​ຮາມັດ​ທາງທິດເໜືອ.


ໃນ​ເດືອນ​ທຳອິດ ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ມາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ແລະ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກາເດັດ. ນາງ​ມີຣີອາມ​ໄດ້​ຕາຍ​ແລະ​ຖືກ​ຝັງ​ໄວ້​ຢູ່​ທີ່​ນັ້ນ.


“ອາໂຣນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ; ລາວ​ຈະ​ຕາຍ ເພາະ​ພວກເຈົ້າ​ທັງສອງ​ໄດ້​ກະບົດ​ຕໍ່​ຄຳສັ່ງ​ຂອງເຮົາ​ທີ່​ເມຣີບາ.


ເປັນຫຍັງ​ພວກທ່ານ​ຈຶ່ງ​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ເຂົ້າ​ໄປ​ໃນ​ບ່ອນ​ທຸກຍາກ​ລຳບາກ​ເຊັ່ນນີ້ ຊຶ່ງ​ບໍ່ມີ​ພືດພັນ​ຫຍັງ​ເກີດຂຶ້ນ? ໃນ​ບ່ອນນີ້​ບໍ່ມີ​ເຂົ້າ​ກິນ, ບໍ່ມີ​ຕົ້ນ​ໝາກ​ເດື່ອເທດ, ບໍ່ມີ​ເຄືອ​ອະງຸ່ນ ແລະ​ບໍ່ມີ​ຕົ້ນ​ໝາກພີລາ ແມ່ນແຕ່​ນໍ້າ​ຈະ​ດື່ມ​ກໍ​ຍັງ​ບໍ່ມີ.”


ໂມເຊ​ໄດ້ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ,


ພວກເຈົ້າ​ຊ່າງ​ດື້ດ້ານ​ແທ້​ນໍ ໃຈ​ຂອງ​ພວກເຈົ້າ​ຊ່າງ​ຄື​ກັບ​ໃຈ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ ຫູ​ຂອງ​ພວກເຈົ້າ​ຊ່າງ​ໜັກ​ຕໍ່​ພຣະຄຳ​ແທ້ໆ ບັນພະບຸລຸດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ໃດ ພວກເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ ຄື​ເຈົ້າ​ທັງຫລາຍ​ຂັດຂວາງ​ພຣະວິນຍານ​ບໍຣິສຸດເຈົ້າ​ຢູ່​ສະເໝີ.


ຍ້ອນ​ພວກເຈົ້າ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຂ້າພະເຈົ້າ​ເໝືອນກັນ ແລະ​ກ່າວ​ວ່າ ‘ໂມເຊເອີຍ ເຈົ້າ​ເໝືອນກັນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ


ຂ້າພະເຈົ້າ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ນີ້ ແລະ​ຈະ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ໄປ; ແຕ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ອັນ​ອູດົມ​ສົມບູນ​ແລະ​ຮັ່ງມີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka