1 ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະຕີຣະຊາ ແມ່ນລູກສາວຂອງເຊໂລເຟຮັດ ຜູ້ທີ່ເປັນລູກຊາຍຂອງເຮເຟ ແລະຫລານຊາຍຂອງກີເລອາດ ເຫຼັນຂອງມາກີແລະຫລ້ອນຂອງມານາເຊ ລູກຊາຍຂອງໂຢເຊັບ.
ມາກີໄດ້ຫາເມຍໃຫ້ຮຸບປິມແລະຊຸບປິມຜູ້ລະຄົນ. ເອື້ອຍຂອງລາວຊື່ວ່າ ມາອາກາ. ລູກຊາຍຜູ້ທີສອງຂອງມາກີຊື່ວ່າ ເຊໂລເຟຮັດ ແລະເຊໂລເຟຮັດມີແຕ່ລູກສາວເທົ່ານັ້ນ.
ເຊໂລເຟຮັດຜູ້ທີ່ເປັນລູກຊາຍຂອງເຮເຟບໍ່ມີລູກຊາຍ ມີແຕ່ລູກສາວ ຊຶ່ງມີຊື່ດັ່ງນີ້: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະຕີຣະຊາ.
ພວກເຂົາມາຢືນຢູ່ຊ້ອງໜ້າໂມເຊປະໂຣຫິດເອເລອາຊາ, ບັນດາຜູ້ນຳ ແລະຊຸມຊົນທັງໝົດ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະຮຽກຮ້ອງສິດທິຂອງພວກຕົນວ່າ,
ດັ່ງນັ້ນ ຈຶ່ງບໍ່ມີຄວາມແຕກຕ່າງອັນໃດ ລະຫວ່າງຄົນຢິວແລະຄົນຕ່າງຊາດ ລະຫວ່າງທາດແລະອິດສະຫລະ ລະຫວ່າງຊາຍແລະຍິງ ເພາະພວກເຈົ້າທຸກຄົນເປັນອັນໜຶ່ງອັນດຽວກັນໃນພຣະຄຣິດເຈົ້າເຢຊູ.