Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 26:64 - ພຣະຄຳພີສັກສິ

64 ຕາມ​ບັນຊີ​ທີ່​ໂມເຊ​ແລະ​ປະໂຣຫິດ​ອາໂຣນ​ໄດ້​ຈົດ​ທະບຽນ​ປະຊາຊົນ​ອິດສະຣາເອນ​ເທື່ອ​ທຳອິດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ນັ້ນ ບໍ່ມີ​ຜູ້ຊາຍ​ລຸ້ນ​ກ່ອນ​ແມ່ນແຕ່​ຄົນດຽວ​ທີ່​ມີ​ຊີວິດ​ຢູ່.

Uka jalj uñjjattʼäta Copia luraña




ຈົດບັນຊີ 26:64
10 Jak'a apnaqawi uñst'ayäwi  

ພວກເຈົ້າ​ຈະ​ຕາຍ​ແລະ​ຊາກສົບ​ຂອງ​ພວກເຈົ້າ​ຈະ​ກະຈັດ​ກະຈາຍ ທົ່ວ​ຖິ່ນ​ແຫ້ງແລ້ງ​ກັນດານ. ຍ້ອນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ເຮົາ ຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ໃນ​ພວກເຈົ້າ ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເດັດຂາດ.


ພວກເຈົ້າ​ຈະ​ຕາຍ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.


ໂມເຊ​ແລະ​ເອເລອາຊາ​ເປັນ​ຜູ້​ຈົດ​ທະບຽນ​ຕະກຸນ​ຕ່າງໆ​ເຫຼົ່ານີ້ ເມື່ອ​ເພິ່ນ​ໄດ້​ເຮັດ​ສຳມະໂນຄົວ​ຊາວ​ອິດສະຣາເອນ​ທີ່​ທົ່ງພຽງ​ໂມອາບ ຊຶ່ງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ.


“ພໍ່​ຂອງ​ພວກເຮົາ​ໄດ້​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ບໍ່ມີ​ລູກຊາຍ​ຈັກ​ຄົນ. ເພິ່ນ​ບໍ່ແມ່ນ​ພັກພວກ​ຂອງ​ໂກຣາ​ຜູ້​ທີ່​ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ ເພິ່ນ​ໄດ້​ຕາຍໄປ​ຍ້ອນ​ບາບກຳ​ຂອງ​ເພິ່ນ​ເອງ.


ແຕ່​ເຖິງ​ປານ​ນັ້ນ​ກໍດີ ພຣະເຈົ້າ​ກໍ​ບໍ່​ຊົງ​ພໍພຣະໄທ​ກັບ​ຄົນ​ສ່ວນ​ຫລາຍ​ໃນ​ພວກເພິ່ນ ເຮົາ​ຮູ້​ໄດ້ ກໍ​ເພາະ​ພວກເພິ່ນ​ລົ້ມ​ຕາຍ​ກະຈັດ​ກະຈາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ແລະ​ແມ່ນ​ຜູ້ໃດ​ໜໍ ທີ່​ພຣະເຈົ້າ​ໄດ້​ໂກດຮ້າຍ​ຕະຫລອດ​ສີ່ສິບ​ປີ ບໍ່ແມ່ນ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ເຮັດ​ຜິດບາບ ແລະ​ຊາກສົບ​ຂອງ​ພວກເຂົາ​ຖືກ​ປະຖິ້ມ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ຫລື?


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ພວກ​ຜູ້ຊາຍ​ທຸກຄົນ​ກໍໄດ້​ຮັບ​ພິທີຕັດ, ແຕ່​ໃນ​ເວລາ 40 ປີ ທີ່​ຊາວ​ອິດສະຣາເອນ​ໄດ້​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບໍ່ມີ​ເດັກນ້ອຍ​ຜູ້ຊາຍ​ຈັກ​ຄົນ​ໄດ້​ຮັບ​ພິທີຕັດ. ໃນ​ເວລາ​ນັ້ນ ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ພໍ​ເຮັດ​ເສິກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍໄດ້​ຕາຍໄປ​ໝົດ​ຍ້ອນ​ວ່າ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສາບານ​ໄວ້. ພຣະອົງ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ເຫັນ​ດິນແດນ​ອັນ​ສົມບູນ​ແລະ​ຮັ່ງມີ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka