Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 26:63 - ພຣະຄຳພີສັກສິ

63 ໂມເຊ​ແລະ​ເອເລອາຊາ​ເປັນ​ຜູ້​ຈົດ​ທະບຽນ​ຕະກຸນ​ຕ່າງໆ​ເຫຼົ່ານີ້ ເມື່ອ​ເພິ່ນ​ໄດ້​ເຮັດ​ສຳມະໂນຄົວ​ຊາວ​ອິດສະຣາເອນ​ທີ່​ທົ່ງພຽງ​ໂມອາບ ຊຶ່ງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ.

Uka jalj uñjjattʼäta Copia luraña




ຈົດບັນຊີ 26:63
5 Jak'a apnaqawi uñst'ayäwi  

ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. ໂມເຊ​ໄດ້​ຈົດ​ຊື່​ປະຊາຊົນ​ນີ້​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ.


ດັ່ງນັ້ນ ໂມເຊ​ກັບ​ເອເລອາຊາ​ປະໂຣຫິດ​ຈຶ່ງ​ໄດ້​ກ່າວ​ກັບ​ພວກເຂົາ​ທີ່​ທົ່ງ​ຮາບພຽງ​ໂມອາບ ຢູ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ. ແລະ​ໄດ້ກ່າວ​ວ່າ,


ລູກຊາຍ​ຂອງ​ຊາວ​ເລວີ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ​ຈຳນວນ 23.000 ຄົນ. ພວກເຂົາ​ບໍ່ໄດ້​ຖືກ​ນັບ​ຮ່ວມ​ເຂົ້າ​ກັບ​ປະຊາຊົນ​ອິດສະຣາເອນ​ເຜົ່າ​ອື່ນໆ ຍ້ອນ​ພວກເຂົາ​ຈະ​ບໍ່ໄດ້​ຮັບ​ຊັບສົມບັດ​ສ່ວນ​ໃດໆ​ຢູ່​ໃນ​ຊາດ​ອິດສະຣາເອນ.


ຕາມ​ບັນຊີ​ທີ່​ໂມເຊ​ແລະ​ປະໂຣຫິດ​ອາໂຣນ​ໄດ້​ຈົດ​ທະບຽນ​ປະຊາຊົນ​ອິດສະຣາເອນ​ເທື່ອ​ທຳອິດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ນັ້ນ ບໍ່ມີ​ຜູ້ຊາຍ​ລຸ້ນ​ກ່ອນ​ແມ່ນແຕ່​ຄົນດຽວ​ທີ່​ມີ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka