61 ນາດາບແລະອາບີຮູໄດ້ຕາຍ ຕອນທີ່ພວກເຂົາໄດ້ຖວາຍບູຊາໄຟທີ່ຕ້ອງຫ້າມຕໍ່ໜ້າພຣະເຈົ້າຢາເວ.
ອາໂຣນໄດ້ແຕ່ງງານກັບນາງເອລີເຊບາ ຜູ້ທີ່ເປັນລູກສາວຂອງອຳມີນາດາບ ແລະເປັນເອື້ອຍຂອງນາໂຊນ. ນາງເກີດລູກຊາຍສີ່ຄົນໃຫ້ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ.
ແຕ່ນາດາບແລະອາບີຮູໄດ້ຕາຍຕໍ່ໜ້າພຣະເຈົ້າຢາເວ ຕອນທີ່ພວກເຂົາໄດ້ຖວາຍໄຟອັນບໍ່ບໍຣິສຸດຕໍ່ໜ້າພຣະເຈົ້າຢາເວ ໃນຖິ່ນແຫ້ງແລ້ງກັນດານຊີນາຍ. ພວກເຂົາບໍ່ມີລູກ. ດັ່ງນັ້ນຈຶ່ງມີແຕ່ເອເລອາຊາແລະອີທາມາເທົ່ານັ້ນ ທີ່ໄດ້ຮັບໃຊ້ໃນຕຳແໜ່ງປະໂຣຫິດໃນຄາວທີ່ອາໂຣນຍັງມີຊີວິດຢູ່.