59 ເມຍຂອງລາວແມ່ນໂຢເກເບັດ ລູກສາວຂອງເລວີທີ່ເກີດໃນປະເທດເອຢິບ. ນາງໄດ້ເກີດລູກຊາຍໃຫ້ອຳຣາມສອງຄົນ ດັ່ງນີ້: ອາໂຣນ ແລະ ໂມເຊກັບລູກສາວຜູ້ໜຶ່ງຊື່ມີຣີອາມ.
ແລ້ວນາງມີຣີອາມ ເອື້ອຍອາໂຣນທີ່ເປັນຜູ້ທຳນວາຍກໍຕີກອງອອກໜ້າ ຕິດຕາມດ້ວຍຜູ້ຍິງທຸກຄົນທັງຕີກອງແລະຟ້ອນລຳ.
ຜູ້ເປັນເອື້ອຍຂອງເດັກນ້ອຍນັ້ນກໍຢືນຢູ່ຫ່າງໆ ເພື່ອຢາກຮູ້ວ່າຈະມີຫຍັງເກີດຂຶ້ນແກ່ນ້ອງຂອງຕົນ.
ອຳຣາມໄດ້ໂຢເກເບັດນ້ອງສາວຂອງພໍ່ຕົນມາເປັນເມຍ ແລະນາງໄດ້ເກີດລູກຊາຍໃຫ້ລາວ ດັ່ງນີ້: ອາໂຣນ ແລະໂມເຊ. ອຳຣາມມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ.
ຢ່າສົມສູ່ກັບປ້າຫລືອາ ບໍ່ວ່າຈະເປັນນ້ອງ ຫລືເອື້ອຍຂອງພໍ່ ຫລືນ້ອງຫລືເອື້ອຍຂອງແມ່ພວກເຈົ້າກໍຕາມ.
ໂມເຊໄດ້ແຕ່ງງານກັບຍິງສາວຜູ້ໜຶ່ງທີ່ເປັນຊາວກູເຊ ແລະມີຣີອາມກັບອາໂຣນໄດ້ຕໍ່ສູ້ໂມເຊກ່ຽວກັບເລື່ອງນີ້.
ໃນເດືອນທຳອິດ ຊຸມຊົນອິດສະຣາເອນທັງໝົດໄດ້ມາທີ່ຖິ່ນແຫ້ງແລ້ງກັນດານຊິນ ແລະຕັ້ງຄ້າຍພັກຢູ່ທີ່ກາເດັດ. ນາງມີຣີອາມໄດ້ຕາຍແລະຖືກຝັງໄວ້ຢູ່ທີ່ນັ້ນ.