52 ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
ຈຳນວນຜູ້ຊາຍຊາວອິດສະຣາເອນທັງໝົດມີ 601.730 ຄົນ.
“ຈົ່ງແບ່ງດິນແດນໃຫ້ແກ່ຊາວອິດສະຣາເອນເຜົ່າຕ່າງໆຕາມຈຳນວນປະຊາຊົນ.
ສະນັ້ນ ໂມເຊຈຶ່ງປະກາດຕໍ່ຊາວອິດສະຣາເອນວ່າ, “ອັນນີ້ ແມ່ນດິນແດນທີ່ພວກເຈົ້າຈະໄດ້ຮັບໂດຍວິທີໃຊ້ສະຫລາກ ຄືດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ເກົ້າເຜົ່າເຄິ່ງ.
ໂຢຊວຍໄດ້ຢຶດຄອງດິນແດນທັງໝົດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ. ເພິ່ນໄດ້ມອບດິນແດນນີ້ໃຫ້ເປັນກຳມະສິດຂອງຊາວອິດສະຣາເອນ ໂດຍໄດ້ແບ່ງປັນດິນແດນນັ້ນເປັນສ່ວນໃຫ້ແຕ່ລະເຜົ່າ. ສະນັ້ນ ປະຊາຊົນຈຶ່ງໄດ້ເຊົາສູ້ຮົບ ແລະຢູ່ຢ່າງສະຫງົບສຸກ.
ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ ເຂດແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນທີ່ຖືກມອບໃຫ້ເກົ້າເຜົ່າເຄິ່ງນັ້ນ ໃຫ້ພວກເຂົາກຳນົດເອົາໂດຍການໃຊ້ສະຫລາກ.