Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 26:30 - ພຣະຄຳພີສັກສິ

30 ຕະກຸນ​ອີເອເຊ, ເຮເລັກ,

Uka jalj uñjjattʼäta Copia luraña




ຈົດບັນຊີ 26:30
6 Jak'a apnaqawi uñst'ayäwi  

ອາສະຣິເອນ, ເຊເຄມ,


ສ່ວນ​ດິນແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ ຖືກ​ມອບໝາຍ​ໃຫ້​ຄອບຄົວ​ຕ່າງໆ​ທີ່​ເຫຼືອ​ຢູ່​ໃນ​ເຜົ່າ​ມານາເຊ​ດັ່ງນີ້: ອາບີເອເຊ, ເຮເລັກ, ອາສະຣິເອນ, ເຊເຄມ, ເຮເຟ ແລະ ເຊມີດາ. ຄົນ​ເຫຼົ່ານີ້​ແມ່ນ​ພວກ​ຜູ້ຊາຍ​ຈາກ​ເຊື້ອສາຍ​ຂອງ​ມານາເຊ ລູກຊາຍ​ຂອງ​ໂຢເຊັບ; ພວກເຂົາ​ຕ່າງ​ກໍ​ເປັນ​ຫົວໜ້າ​ຄອບຄົວ.


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ໃນ​ບ້ານ​ໂອຟະຣາ ນັ່ງ​ຢູ່​ໃຕ້​ຕົ້ນໂອກ​ຊຶ່ງ​ເປັນ​ຂອງ​ໂຢອາດ ຄົນ​ໃນ​ຕະກຸນ​ອາບີເອເຊ. ກີເດໂອນ​ລູກຊາຍ​ຂອງ​ໂຢອາດ ກຳລັງ​ລີ້​ຟາດເຂົ້າ​ຢູ່​ໃນ​ບ່ອນ​ທີ່​ບີບ​ນໍ້າ​ໝາກອະງຸ່ນ ເພື່ອ​ບໍ່​ໃຫ້​ຊາວ​ມີດີອານ​ເຫັນ.


ແລ້ວ​ກີເດໂອນ​ກໍໄດ້​ສ້າງ​ແທ່ນບູຊາ​ແກ່​ພຣະເຈົ້າຢາເວ​ຢູ່​ໃນ​ທີ່ນັ້ນ ແລະ​ໃສ່​ຊື່​ວ່າ, “ພຣະເຈົ້າຢາເວ​ອົງ​ແຫ່ງ​ສັນຕິສຸກ.” (ແທ່ນບູຊາ​ນີ້​ຍັງ​ຢູ່​ໃນ​ບ້ານ​ໂອຟະຣາ ແລະ​ເປັນ​ຂອງ​ຕະກຸນ​ອາບີເອເຊ​ຈົນເທົ່າ​ເຖິງທຸກ​ວັນ​ນີ້.)


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຄວບຄຸມ​ກີເດໂອນ. ສະນັ້ນ ລາວ​ຈຶ່ງ​ເປົ່າແກ​ເອີ້ນ​ເອົາ​ຊາຍ​ຢູ່​ໃນ​ຕະກຸນ​ອາບີເອເຊ​ໃຫ້​ຕິດຕາມ​ຕົນ​ໄປ.


ແຕ່​ກີເດໂອນ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ​ນັ້ນ​ບໍ່​ມີ​ຫຍັງ​ໝົດ ເມື່ອ​ປຽບທຽບ​ໃສ່​ກັບ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ. ແມ່ນແຕ່​ສິ່ງ​ເລັກນ້ອຍ​ທີ່​ຊາວ​ເອຟຣາອິມ​ໄດ້​ເຮັດ ກໍ​ມີ​ຄຸນຄ່າ​ກວ່າ​ສິ່ງ​ທັງໝົດ​ທີ່​ຕະກຸນ​ຂອງຂ້ອຍ​ໄດ້​ເຮັດ​ມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka