3 ດັ່ງນັ້ນ ໂມເຊກັບເອເລອາຊາປະໂຣຫິດຈຶ່ງໄດ້ກ່າວກັບພວກເຂົາທີ່ທົ່ງຮາບພຽງໂມອາບ ຢູ່ຟາກໜຶ່ງອີກຂອງແມ່ນໍ້າຈໍແດນ ກົງກັນຂ້າມກັບເມືອງເຢຣິໂກ. ແລະໄດ້ກ່າວວ່າ,
ຊາວອິດສະຣາເອນໄດ້ເຄື່ອນຍ້າຍໄປຕັ້ງຄ້າຍພັກຕາມທົ່ງຮາບພຽງຂອງໂມອາບ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ແລະກົງກັນຂ້າມກັບເມືອງເຢຣິໂກ.
“ຈົ່ງຈົດບັນຊີຊາຍທັງໝົດຜູ້ທີ່ມີອາຍຸຊາວປີຂຶ້ນໄປ.” ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. ຊາວອິດສະຣາເອນທີ່ໄດ້ອອກມາຈາກປະເທດເອຢິບມີດັ່ງນີ້:
ໂມເຊແລະເອເລອາຊາເປັນຜູ້ຈົດທະບຽນຕະກຸນຕ່າງໆເຫຼົ່ານີ້ ເມື່ອເພິ່ນໄດ້ເຮັດສຳມະໂນຄົວຊາວອິດສະຣາເອນທີ່ທົ່ງພຽງໂມອາບ ຊຶ່ງຢູ່ອີກຟາກໜຶ່ງຂອງແມ່ນໍ້າຈໍແດນກົງກັນຂ້າມເມືອງເຢຣິໂກ.
ມາມອບໃຫ້ໂມເຊແລະເອເລອາຊາ ຜູ້ເປັນປະໂຣຫິດ ແລະຊຸມຊົນອິດສະຣາເອນທີ່ຄ້າຍພັກທົ່ງພຽງໂມອາບ ຢູ່ຟາກໜຶ່ງຂອງແມ່ນໍ້າຈໍແດນ ຊຶ່ງກົງກັນຂ້າມກັບເມືອງເຢຣິໂກ.
ພຣະເຈົ້າຢາເວໄດ້ບອກໂມເຊໃນທົ່ງຮາບພຽງຂອງໂມອາບ ທີ່ຟາກໜຶ່ງອີກຂອງແມ່ນໍ້າຈໍແດນຈາກເມືອງເຢຣິໂກວ່າ,
ໂມເຊໄດ້ຂຶ້ນຈາກທົ່ງຮາບພຽງໂມອາບໄປທີ່ພູເຂົາເນໂບ ຈົນໄປເຖິງຈອມພູປີສະກາ ຊຶ່ງຢູ່ກົງກັນຂ້າມກັບເມືອງເຢຣິໂກ ແລະຢູ່ທີ່ນັ້ນພຣະເຈົ້າຢາເວໄດ້ສຳແດງໃຫ້ເພິ່ນເຫັນດິນແດນທັງໝົດ ດັ່ງນີ້: ເຂດແດນກີເລອາດໄກໄປຮອດທາງທິດເໜືອສຸດຂອງເມືອງດານ
ພຣະອົງໄດ້ຝັງເພິ່ນໄວ້ໃນຮ່ອມພູແຫ່ງໜຶ່ງ ທີ່ດິນແດນໂມອາບ ຊຶ່ງກົງກັນຂ້າມກັບເມືອງເບັດເປອໍ, ແຕ່ຈົນເຖິງປັດຈຸບັນນີ້ຍັງບໍ່ມີໃຜຮູ້ຄັກແນ່ວ່າ ຊາກສົບຂອງໂມເຊນັ້ນໄດ້ຖືກຝັງຢູ່ບ່ອນໃດ.
ປະຊາຊົນອິດສະຣາເອນໄດ້ໄວ້ທຸກໃຫ້ເພິ່ນເປັນເວລາ 30 ວັນ ຢູ່ໃນທົ່ງພຽງຂອງໂມອາບ.