Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 26:10 - ພຣະຄຳພີສັກສິ

10 ພື້ນດິນ​ໄດ້​ຍະ​ກືນກິນ​ພວກເຂົາ ແລະ ພວກເຂົາ​ໄດ້​ຕາຍໄປ​ພ້ອມ​ກັບ​ໂກຣາ ຕະຫລອດ​ທັງ​ພັກພວກ 250 ຄົນ​ໃນ​ຕອນ​ທີ່​ຖືກ​ໄຟ​ເຜົາຜານ​ນັ້ນ. ສິ່ງ​ນີ້​ໄດ້​ເກີດຂຶ້ນ​ເພື່ອ​ເຕືອນ​ປະຊາຊົນ​ທັງຫລາຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 26:10
15 Jak'a apnaqawi uñst'ayäwi  

ຊາວ​ອິດສະຣາເອນ​ໄດ້​ກິນ​ມານາ​ເປັນ​ອາຫານ ເປັນ​ເວລາ​ສີ່ສິບ​ປີ ຈົນ​ພວກເຂົາ​ໄດ້​ເດີນທາງ​ໄປ​ຮອດ​ດິນແດນ​ການາອານ ບ່ອນ​ທີ່​ຕັ້ງ​ຫຼັກແຫຼ່ງ​ຢູ່. (


ເມື່ອ​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ຢາກ​ຈະ​ສາບແຊ່ງ​ຜູ້ໜຶ່ງ​ຜູ້ໃດ; ພວກເຂົາ​ຈະ​ເວົ້າ​ວ່າ ຂໍ​ໃຫ້​ພຣະເຈົ້າຢາເວ​ເຮັດ​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ເຊເດກີຢາ​ແລະ​ອາຮາບ ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ປີ້ງ​ພວກເຂົາ​ທັງເປັນ.’


ເຮົາ​ຈະ​ຕໍ່ສູ້​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ເປັນ​ໝາຍສຳຄັນ ແລະ​ເປັນ​ສຸພາສິດ. ເຮົາ​ຈະ​ຕັດ​ພວກເຂົາ​ອອກ​ຈາກ​ຊຸມນຸມ​ປະຊາຊົນ​ຂອງເຮົາ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ໄດ້​ຮ່ວມ​ມື​ກັບ​ລາວ​ໂດຍ​ມີ​ຜູ້ນຳ 250 ຄົນ ທີ່​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຊຸມນຸມ​ເປັນ​ຜູ້​ສະໜັບ​ສະໜູນ.


ໝໍ້ຂາງ​ເຫຼົ່ານີ້​ບໍຣິສຸດ ເມື່ອ​ໄດ້​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ແທ່ນບູຊາ. ສະນັ້ນ ຈົ່ງ​ເອົາ​ໝໍ້ຂາງ​ຈາກ​ຜູ້​ທີ່​ຖືກ​ຂ້າ​ຕາຍ ເພາະ​ການບາບ​ຂອງ​ພວກເຂົາ​ເຫຼົ່ານີ້​ໄປ​ຊຸບ​ຕີ​ເປັນ​ແຜ່ນ​ບາງໆ​ສຳລັບ​ປົກ​ແທ່ນບູຊາ ເພື່ອ​ຈະ​ເປັນ​ໝາຍສຳຄັນ​ແກ່​ປະຊາຊົນ​ອິດສະຣາເອນ.”


ແລະ​ໃຫ້​ຂຽນ​ຊື່​ອາໂຣນ​ໃສ່​ເທິງ​ໄມ້ຄ້ອນເທົ້າ​ຂອງ​ເຜົ່າເລວີ. ຫົວໜ້າ​ແຕ່ລະເຜົ່າ​ຈະ​ມີ​ໄມ້ຄ້ອນເທົ້າ​ອັນ​ໜຶ່ງ.


“ພໍ່​ຂອງ​ພວກເຮົາ​ໄດ້​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ບໍ່ມີ​ລູກຊາຍ​ຈັກ​ຄົນ. ເພິ່ນ​ບໍ່ແມ່ນ​ພັກພວກ​ຂອງ​ໂກຣາ​ຜູ້​ທີ່​ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ ເພິ່ນ​ໄດ້​ຕາຍໄປ​ຍ້ອນ​ບາບກຳ​ຂອງ​ເພິ່ນ​ເອງ.


ຈົ່ງ​ຫວນ​ຄິດເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ດາທານ​ແລະ​ອາບີຣາມ ລູກຊາຍ​ຂອງ​ເອລີອາບ​ແຫ່ງ​ເຜົ່າ​ຣູເບັນ. ຕໍ່ໜ້າ​ທຸກຄົນ ແຜ່ນດິນ​ໄດ້​ຍະ​ອອກ​ກືນກິນ​ພວກເຂົາ​ພ້ອມ​ກັບ​ຄອບຄົວ, ຜ້າເຕັນ, ຄົນ​ຮັບໃຊ້ ແລະ​ຝູງສັດ​ຂອງ​ພວກເຂົາ.


ສິ່ງ​ເຫຼົ່ານັ້ນ ຈະ​ເປັນ​ໝາຍສຳຄັນ​ແລະ​ການ​ອັດສະຈັນ​ສຳລັບ​ພວກເຈົ້າ​ແລະ​ລູກຫລານ​ຂອງ​ພວກເຈົ້າ​ຕະຫລອດໄປ.


ພຣະເຈົ້າ​ໄດ້​ລົງໂທດ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ​ໃຫ້​ເປັນ​ເຖົ່າ ໂດຍ​ທຳລາຍ​ໃຫ້​ຈິບຫາຍ​ດ້ວຍ​ໄຟ ເພື່ອ​ເປັນ​ຕົວຢ່າງ​ແກ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ໃນ​ຂັ້ນ​ຕໍ່ໄປ.


ເໝືອນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ພ້ອມ​ທັງ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຊຶ່ງ​ຊາວ​ເມືອງ​ເຫຼົ່ານີ້ ໄດ້​ປະພຶດ​ເໝືອນ​ດັ່ງ​ພວກ​ເທວະດາ​ເຫຼົ່ານັ້ນ​ໄດ້​ປະພຶດ ແລະ​ມົ້ວສຸມ​ຢູ່​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ແລະ​ຣາຄະ​ຕັນຫາ. ພວກເຂົາ​ຕ້ອງ​ຖືກ​ໂທດ​ຢູ່​ໃນ​ບຶງໄຟ ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ.


ການນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ເຈົ້າ ເມື່ອ​ໂຮຟະນີ​ແລະ​ຟີເນຮາ​ລູກຊາຍ​ທັງສອງ​ຂອງ​ເຈົ້າ​ຕາຍໄປ​ໃນ​ວັນ​ດຽວກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka