8 ແລະຊັດຫອກຂອງຕົນໃສ່ ຈົນຊອດເຂົາທັງສອງ. ດ້ວຍເຫດນີ້ ໂຣກລະບາດທີ່ພວມທຳລາຍຊາວອິດສະຣາເອນຢູ່ນັ້ນຈຶ່ງຢຸດຕິລົງ,
ໂດຍປະຕິບັດຕາມຄຳສັ່ງຂອງກະສັດດາວິດ ພວກເຂົາໄດ້ເອົາກະດູກຂອງກະສັດໂຊນແລະໂຢນາທານ ໄປຝັງໄວ້ໃນອຸບມຸງຂອງກີເຊພໍ່ຂອງກະສັດໂຊນ ທີ່ເມືອງເຊລາໃນເຂດແດນຂອງພວກເບັນຢາມິນ. ຫລັງຈາກນັ້ນມາ ພຣະເຈົ້າກໍຕອບຄຳພາວັນນາອະທິຖານຂອງພວກເຂົາສຳລັບປະເທດຊາດບ້ານເມືອງ.
ເພິ່ນໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວຢູ່ທີ່ນັ້ນ ແລະຖວາຍເຄື່ອງເຜົາບູຊາຕະຫລອດທັງເຄື່ອງບູຊາເພື່ອຄວາມສາມັກຄີທຳ. ດັ່ງນັ້ນ ພຣະເຈົ້າຢາເວໄດ້ຕອບຄຳພາວັນນາອະທິຖານຂອງກະສັດດາວິດ ແລ້ວໂຣກລະບາດໃນດິນແດນອິດສະຣາເອນກໍໄດ້ໝົດໄປ.
ກະສັດດາວິດກ່າວແກ່ລາວວ່າ, “ຈົ່ງຂາຍລານເຂົ້ານີ້ໃຫ້ເຮົາສາ ເພື່ອເຮົາຈະໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ ແລະພະຍາດລະບາດຈະໄດ້ເຊົາ. ເຮົາຈະຈ່າຍຄ່າລານເຂົ້າໃຫ້ເຈົ້າເຕັມລາຄາ.”
“ໃນພັນທະສັນຍາຂອງເຮົານັ້ນ ເຮົາໄດ້ສັນຍາວ່າຈະໃຫ້ຊີວິດແລະສັນຕິສຸກແກ່ພວກເຂົາ; ອັນນີ້ຄືສິ່ງທີ່ເຮົາໄດ້ມອບໃຫ້ພວກເຂົາ ເພື່ອວ່າພວກເຂົາຈະໄດ້ເຄົາຣົບນັບຖືເຮົາ. ໃນຄາວນັ້ນ ພວກເຂົາໄດ້ເຄົາຣົບນັບຖືແລະຢຳເກງຈົນຕົວສັ່ນຕໍ່ນາມຊື່ຂອງເຮົາ.
ທຸກໆຄົນທີ່ເຂົ້າໄປໃກ້ຫໍເຕັນສັກສິດຂອງພຣະເຈົ້າຢາເວຕ້ອງຕາຍ ພວກເຮົາທັງໝົດຈະບໍ່ຕາຍໝົດບໍ?”
“ເພາະສິ່ງທີ່ຟີເນຮາໄດ້ເຮັດນັ້ນ ເຮົາຈຶ່ງບໍ່ໂກດຮ້າຍປະຊາຊົນອິດສະຣາເອນອີກຕໍ່ໄປ. ລາວໄດ້ຈັດການຢ່າງເດັດຂາດ ຕໍ່ຜູ້ທີ່ຂາບໄຫວ້ພະອື່ນໆນອກເໜືອຈາກເຮົາ. ດ້ວຍເຫດນີ້ ເຮົາຈຶ່ງບໍ່ໂກດຮ້າຍແລະທຳລາຍພວກເຂົາ.
ໂມເຊຈຶ່ງສັ່ງບັນດາເຈົ້າໜ້າທີ່ວ່າ, “ໃຫ້ແຕ່ລະຄົນໃນພວກເຈົ້າ ປະຫານຊີວິດທຸກໆຄົນໃນເຜົ່າຂອງພວກເຈົ້າທີ່ຂາບໄຫວ້ພະບາອານແຫ່ງເປອໍ.”
ຫລັງຈາກນັ້ນ ພວກເຂົາກໍເອົາຫີນມາເຮັດເປັນກອງໃຫຍ່ຖົມລາວໄວ້ ຊຶ່ງຍັງມີຢູ່ເທົ່າທຸກວັນນີ້. ດັ່ງນັ້ນ ບ່ອນນີ້ຈົ່ງເອີ້ນວ່າ ຮ່ອມພູອາໂຄ. ແລ້ວພຣະເຈົ້າຢາເວກໍບໍ່ໄດ້ໂກດຮ້າຍອີກຕໍ່ໄປ.