7 ເມື່ອຟີເນຮາ ລູກຊາຍຂອງເອເລອາຊາ ແລະຫລານຊາຍຂອງປະໂຣຫິດອາໂຣນ ໄດ້ເຫັນເຊັ່ນນັ້ນ; ລາວຈຶ່ງຖືຫອກລຸກຂຶ້ນໄປຈາກທີ່ປະຊຸມຕິດຕາມຊາຍແລະຍິງຄູ່ນັ້ນເຂົ້າໄປໃນເຕັນ
ຟີເນຮາ ລູກຊາຍຂອງເອເລອາຊາໄດ້ເຄີຍປົກຄອງພວກເຂົາມາຄັ້ງໜຶ່ງ. ຂໍໃຫ້ພຣະເຈົ້າຢາເວສະຖິດຢູ່ນຳລາວດ້ວຍ.
ບຸກກີເປັນລູກຊາຍຂອງອາບີຊູອາ, ອາບີຊູອາເປັນລູກຊາຍຂອງຟີເນຮາ, ຟີເນຮາເປັນລູກຊາຍຂອງເອເລອາຊາ, ເອເລອາຊາເປັນລູກຊາຍຂອງອາໂຣນ.
ແຕ່ຟີເນຮາໄດ້ລຸກຂຶ້ນລົງໂທດຜູ້ທີ່ເຮັດຜິດ ແລ້ວໂຣກລະບາດກໍໄດ້ຢຸດສະໜິດຈົນສິ້ນ.
ພວກເລວີຈຶ່ງເຮັດຕາມທີ່ໂມເຊສັ່ງ ໂດຍໄດ້ຂ້າປະມານສາມພັນຄົນໃນມື້ນັ້ນ.
ເອເລອາຊາ ລູກຊາຍຂອງອາໂຣນ ໄດ້ລູກສາວຄົນໜຶ່ງຂອງປູຕີເອນມາເປັນເມຍ; ແລະນາງເກີດລູກຊາຍຜູ້ໜຶ່ງໃຫ້ລາວຊື່ວ່າ ຟີເນຮາ. ຄົນເຫຼົ່ານີ້ເປັນຫົວໜ້າຄອບຄົວຕ່າງໆ ແລະເປັນຕະກຸນຕ່າງໆຂອງເຜົ່າເລວີ.
“ໃນພັນທະສັນຍາຂອງເຮົານັ້ນ ເຮົາໄດ້ສັນຍາວ່າຈະໃຫ້ຊີວິດແລະສັນຕິສຸກແກ່ພວກເຂົາ; ອັນນີ້ຄືສິ່ງທີ່ເຮົາໄດ້ມອບໃຫ້ພວກເຂົາ ເພື່ອວ່າພວກເຂົາຈະໄດ້ເຄົາຣົບນັບຖືເຮົາ. ໃນຄາວນັ້ນ ພວກເຂົາໄດ້ເຄົາຣົບນັບຖືແລະຢຳເກງຈົນຕົວສັ່ນຕໍ່ນາມຊື່ຂອງເຮົາ.
ໂມເຊໄດ້ສົ່ງທະຫານເຫຼົ່ານີ້ອອກສູ້ຮົບພາຍໃຕ້ການບັນຊາຂອງຟີເນຮາ ລູກຊາຍຂອງປະໂຣຫິດເອເລອາຊາ. ຟີເນຮາຮັບຜິດຊອບສິ່ງຂອງໃນຫໍເຕັນ ແລະແກສຳລັບເປົ່າເປັນສັນຍານສູ້ຮົບ.
ແລ້ວປະຊາຊົນອິດສະຣາເອນກໍໄດ້ສົ່ງຟີເນຮາລູກຊາຍຂອງປະໂຣຫິດເອເລອາຊາ ໄປຫາປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກຢູ່ໃນດິນແດນກີເລອາດ.
ວັນໜຶ່ງ ວິນຍານຊົ່ວຮ້າຍທີ່ພຣະເຈົ້າຢາເວໃຊ້ມານັ້ນ ໄດ້ເຂົ້າສິງກະສັດໂຊນອີກ. ເພິ່ນໄດ້ນັ່ງຢູ່ໃນວັງແລະຖືຫອກໃນມື, ຂະນະທີ່ດາວິດກໍກຳລັງດີດພິນຢູ່ໃນທີ່ນັ້ນ.