Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 25:5 - ພຣະຄຳພີສັກສິ

5 ໂມເຊ​ຈຶ່ງ​ສັ່ງ​ບັນດາ​ເຈົ້າໜ້າທີ່​ວ່າ, “ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ ປະຫານ​ຊີວິດ​ທຸກໆ​ຄົນ​ໃນ​ເຜົ່າ​ຂອງ​ພວກເຈົ້າ​ທີ່​ຂາບໄຫວ້​ພະບາອານ​ແຫ່ງ​ເປອໍ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 25:5
12 Jak'a apnaqawi uñst'ayäwi  

ເອລີຢາ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ຈັບ​ພວກ​ຜູ້ທຳນວາຍ​ຂອງ​ພະບາອານ ຢ່າ​ໃຫ້​ຜູ້ໃດ​ລອດ​ໜີໄປ​ໄດ້.” ດັ່ງນັ້ນ ປະຊາຊົນ​ຈຶ່ງ​ຈັບ​ພວກເຂົາ​ທຸກຄົນ​ໄວ້ ແລ້ວ​ເອລີຢາ​ກໍໄດ້​ນຳ​ພວກເຂົາ​ລົງ​ໄປ​ໃນ​ຫ້ວຍ​ກີໂຊນ ແລະ​ຂ້າ​ພວກເຂົາ​ເສຍ.


ແຕ່​ນອກຈາກນີ້ ເຈົ້າ​ຄວນ​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ບາງຄົນ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ. ພວກ​ຜູ້ປົກຄອງ​ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ທັງ​ໄວ້ວາງໃຈ​ໄດ້​ແລະ​ບໍ່​ກິນ​ສິນບົນ.


ຈົ່ງ​ປະຫານ​ຊີວິດ​ຜູ້​ທີ່​ຖວາຍບູຊາ​ແກ່​ພະອື່ນ ນອກຈາກ​ພຣະເຈົ້າຢາເວ.


ຊາວ​ອິດສະຣາເອນ​ກໍໄດ້​ຮ່ວມ​ຂາບໄຫວ້​ພະບາອານ​ແຫ່ງ​ເປອໍ​ດ້ວຍ. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ພວກເຂົາ


ວ່າ​ມີ​ຄົນ​ຊົ່ວຮ້າຍ​ທີ່​ອອກ​ໄປ​ຈາກ​ທ່າມກາງ​ພວກເຈົ້າ ໄດ້​ຊັກຊວນ​ປະຊາຊົນ​ໃນ​ເມືອງ​ນັ້ນ​ໄປ​ໃນ​ທາງ​ຜິດ ຄື​ໃຫ້​ຂາບໄຫວ້​ບັນດາ​ພະ​ຊຶ່ງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາ​ກ່ອນ.


ໃຫ້​ຂ້າ​ຊາວ​ເມືອງ​ໝົດ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງສັດ​ຂອງ​ພວກເຂົາ​ດ້ວຍ ຄື​ທຳລາຍ​ເມືອງ​ໃຫ້​ກ້ຽງ.


ເຖິງ​ແມ່ນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກເຈົ້າ ຫລື​ລູກຊາຍ​ລູກສາວ ຫລື​ເມຍ​ທີ່​ຮັກ​ຫລື​ໝູ່​ເພື່ອນ​ທີ່​ສະໜິດ​ສະໜົມ ອາດ​ຊັກຊວນ​ພວກເຈົ້າ​ຢ່າງ​ລັບໆ​ໃຫ້​ຂາບໄຫວ້​ບັນດາ​ພະອື່ນ ຄື​ບັນດາ​ພະ​ຊຶ່ງ​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້.


ຈົ່ງ​ປະຫານ​ຊີວິດ​ລາວ​ເສຍ ໃຫ້​ເຈົ້າ​ເປັນ​ຄົນ​ທຳອິດ​ທີ່​ແກວ່ງ​ກ້ອນຫີນ​ໃສ່​ລາວ ແລະ​ໃຫ້​ຄົນອື່ນ​ແກວ່ງ​ກ້ອນຫີນ​ໃສ່​ເໝືອນກັນ.


ພວກເຈົ້າ​ຈົດຈຳ​ບາບ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ເມືອງ​ເປອໍ​ນັ້ນ​ບໍ? ເມື່ອ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ເກີດ​ໂຣກລະບາດ​ນັ້ນ? ພວກເຮົາ​ຍັງ​ໄດ້​ຮັບ​ຄວາມ​ທຸກ​ທໍລະມານ​ຍ້ອນ​ເລື່ອງ​ນີ້​ຢູ່ ບາບ​ທີ່​ມີ​ຢູ່​ນີ້​ຍັງ​ບໍ່​ພຽງພໍ​ເທື່ອ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka