ຈົດບັນຊີ 25:2 - ພຣະຄຳພີສັກສິ2 ພວກແມ່ຍິງເຫຼົ່ານີ້ໄດ້ເຊີນພວກເຂົາເຂົ້າຮ່ວມ ບຸນສະຫລອງພິທີຖວາຍບູຊາໃນບ່ອນຂາບໄຫວ້ພະຂອງຊາວໂມອາບ. ພວກເຂົາໄດ້ກິນອາຫານທີ່ໄດ້ບູຊາແລ້ວແລະໄດ້ນົບຮູບພະທັງຫລາຍຂອງພວກເຂົາ Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເມື່ອເຮົາພົບເຫັນຊາດອິດສະຣາເອນເທື່ອທຳອິດ ກໍເໝືອນໄດ້ພົບໝາກອະງຸ່ນທີ່ກຳລັງເກີດຂຶ້ນໃນຖິ່ນແຫ້ງແລ້ງກັນດານ. ເມື່ອເຮົາໄດ້ເຫັນບັນພະບຸລຸດຂອງພວກເຈົ້າເທື່ອທຳອິດ ກໍເໝືອນໄດ້ເຫັນໝາກເດື່ອເທດສຸກໃນຕົ້ນລະດູການ. ແຕ່ເມື່ອພວກເຂົາໄດ້ມາເຖິງພູເປອໍແລ້ວ ພວກເຂົາກໍໄດ້ເລີ່ມຂາບໄຫວ້ພະບາອານ ແລະບໍ່ດົນພວກເຂົາກໍເປັນໜ້າກຽດຊັງ ດັ່ງບັນດາຮູບພະທີ່ພວກເຂົາຮັກນັ້ນ.
ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະບາລາອາມ ລູກຊາຍຂອງເບອໍໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ຊິດຕິມ ຫາກິນການ. ຈົ່ງລະນຶກເຖິງສິ່ງເຫຼົ່ານີ້ ແລະພວກເຈົ້າກໍຈະສຳນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອຊ່ວຍຊີວິດຂອງພວກເຈົ້າ.”
ຖ້າພວກເຈົ້າບໍ່ຖືຮັກສາພັນທະສັນຍາ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້ ແລະຖ້າພວກເຈົ້າໄປຮັບໃຊ້ແລະຂາບໄຫວ້ພະອື່ນ ແລ້ວພຣະເຈົ້າຢາເວກໍຈະລົງໂທດພວກເຈົ້າດ້ວຍຄວາມໂກດຮ້າຍ ແລະໃນອີກບໍ່ດົນຈະບໍ່ມີໃຜໃນພວກເຈົ້າເຫຼືອຢູ່ໃນດິນແດນອັນສວຍງາມ ທີ່ພຣະອົງໄດ້ມອບໃຫ້ແກ່ພວກເຈົ້າ.”