18 ເພາະພວກເຂົາໄດ້ເຮັດຊົ່ວຕໍ່ເຈົ້າທີ່ເມືອງເປອໍ ແລະຍ້ອນໂກຊະບີຜູ້ທີ່ໄດ້ຖືກຂ້າໃນເວລາທີ່ເກີດໂຣກລະບາດນັ້ນ.”
ເຈົ້າອາບີເມເຫຼັກເວົ້າວ່າ, “ເປັນຫຍັງເຈົ້າຈຶ່ງເຮັດກັບເຮົາດັ່ງນີ້? ຄົນຂອງເຮົາບາງຄົນອາດນອນນຳເມຍຂອງເຈົ້າກໍໄດ້ ແລະເຈົ້າຕ້ອງຮັບຜິດຊອບໃນຄວາມຜິດຂອງພວກເຮົາ.”
ພຣະເຈົ້າຢາເວພຣະເຈົ້າຖາມຍິງນັ້ນວ່າ, “ເປັນຫຍັງເຈົ້າຈຶ່ງເຮັດແນວນັ້ນ?” ນາງຕອບວ່າ, “ງູໄດ້ລໍ້ລວງຂ້ານ້ອຍໃຫ້ກິນ.”
ພວກເຂົາໄດ້ອອກຈາກເມືອງມີດີອານໄປທີ່ເມືອງປາຣານ ຊຶ່ງມີຊາວປາຣານບາງຄົນໄດ້ຮ່ວມໄປນຳດ້ວຍ. ແລ້ວພວກເຂົາກໍໄດ້ເດີນທາງໄປປະເທດເອຢິບ ແລະໄປເຝົ້າກະສັດຟາໂຣ; ກະສັດຜູ້ນີ້ໄດ້ເອົາດິນແດນບາງຕອນ ແລະເຮືອນຫລັງໜຶ່ງໃຫ້ຮາດາດ ແລະຈັດຫາສະບຽງອາຫານໃຫ້ລາວ.
ແລ້ວເພິ່ນກໍຖາມອາໂຣນວ່າ, “ປະຊາຊົນພວກນີ້ໄດ້ເຮັດຫຍັງໃຫ້ເຈົ້າ ເຈົ້າຈຶ່ງພາພວກເຂົາເຮັດບາບຢ່າງຫລວງຫຼາຍເຊັ່ນນີ້?”
ສະນັ້ນ ພຣະເຈົ້າຢາເວຈຶ່ງບັນດານໃຫ້ປະຊາຊົນເກີດໂຣກລະບາດ ເພາະພວກເຂົາໄດ້ບັງຄັບອາໂຣນໃຫ້ເຮັດງົວຄຳ.
ສ່ວນຍິງຊາວມີດີອານນັ້ນຊື່ວ່າ ໂກຊະບີ ລູກສາວຂອງຊູເຣ ຫົວໜ້າຂອງໝວດໜຶ່ງໃນບັນດາຕະກຸນມີດີອານ.
“ຈົ່ງບຸກໂຈມຕີຊາວມີດີອານ ແລະທຳລາຍພວກເຂົາໃຫ້ກ້ຽງ.
ຫລັງຈາກໂຣກລະບາດໄດ້ຜ່ານພົ້ນໄປແລ້ວ ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊກັບເອເລອາຊາ ລູກຊາຍຂອງອາໂຣນວ່າ,
ແຕ່ເຮົາຢ້ານວ່າ, ຄວາມຄິດຂອງພວກເຈົ້າຈະຖືກລໍ້ລວງໃຫ້ຫລົງຜິດໄປ ຈະປະຖິ້ມຄວາມຜູກພັນອັນສັດຊື່ແລະບໍຣິສຸດທີ່ມີຕໍ່ພຣະຄຣິດ ໃນທຳນອງດຽວກັບນາງເອວາທີ່ຖືກຫລອກລວງດ້ວຍກົນອຸບາຍອັນເລິກແລບຂອງງູ.
ເພາະວ່າ ພວກເຂົາມັກກ່າວຄຳອວດອ້າງອັນເປົ່າໆ ແລະໃຊ້ຄວາມປາຖະໜາຊົ່ວທາງກາຍ ຫລອກລວງຄົນທັງຫລາຍ ທີ່ກຳລັງໜີພົ້ນຈາກ ຜູ້ທີ່ດຳເນີນຊີວິດໃນການຫລົງຜິດ.
ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າບາງຂໍ້ດັ່ງນີ້ ຄືທີ່ນັ້ນມີບາງຄົນໃນພວກເຈົ້າ ຢຶດຖືຄຳສອນຂອງບາລາອາມ ຜູ້ທີ່ໄດ້ສອນບາຫລາກ ເຖິງວິທີນຳພາຊົນຊາດອິດສະຣາເອນໃຫ້ເຮັດບາບ ໂດຍຊັກຊວນພວກເຂົາໃຫ້ກິນອາຫານ ທີ່ຖືກຖວາຍແກ່ຮູບເຄົາຣົບ ແລະໃຫ້ປະພຶດຜິດສິນທຳທາງເພດ.