ຈົດບັນຊີ 25:13 - ພຣະຄຳພີສັກສິ13 ຄືລາວຕະຫລອດທັງເຊື້ອສາຍຂອງລາວຈະໄດ້ເປັນປະໂຣຫິດຮັບໃຊ້ເຮົາສືບໆໄປ ເພາະວ່າລາວໄດ້ຈັດການຢ່າງເດັດຂາດກັບທຸກໆຄົນທີ່ກະບົດຕໍ່ເຮົາ ແລະໄດ້ເຮັດໃຫ້ເຮົາຍົກໂທດປະຊາຊົນອິດສະຣາເອນ ເພາະພວກເຂົາໄດ້ເຮັດບາບ.” Uka jalj uñjjattʼäta |
ເພິ່ນຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຂ້ານ້ອຍຮັບໃຊ້ພຽງແຕ່ພຣະອົງມາຕະຫລອດ, ແຕ່ປະຊາຊົນອິດສະຣາເອນໄດ້ລະເມີດພັນທະສັນຍາຂອງພຣະອົງ, ໄດ້ທຳລາຍແທ່ນບູຊາຂອງພຣະອົງ ແລະໄດ້ຂ້າພວກຜູ້ທຳນວາຍຂອງພຣະອົງ. ມີແຕ່ຂ້ານ້ອຍຄົນດຽວເຫລືອຢູ່ ແລະພວກເຂົາກໍພະຍາຍາມຈະຂ້າຂ້ານ້ອຍເສຍ.”
ເພິ່ນຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຂ້ານ້ອຍຮັບໃຊ້ພຽງແຕ່ພຣະອົງມາໂດຍຕະຫລອດ, ແຕ່ປະຊາຊົນອິດສະຣາເອນໄດ້ລະເມີດພັນທະສັນຍາຂອງພຣະອົງ, ໄດ້ທຳລາຍແທ່ນບູຊາຂອງພຣະອົງ ແລະໄດ້ຂ້າພວກຜູ້ທຳນວາຍຂອງພຣະອົງ. ມີແຕ່ຂ້ານ້ອຍຄົນດຽວເຫລືອຢູ່ ແລະພວກເຂົາກໍພະຍາຍາມຈະຂ້າຂ້ານ້ອຍເສຍ.”
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າແລະໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດ ບົວລະບັດຮັບໃຊ້ເຮົາຕະຫລອດໄປ,’ ແຕ່ມາບັດນີ້ ພຣະເຈົ້າຢາເວຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ.