Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 25:12 - ພຣະຄຳພີສັກສິ

12 ເພາະສະນັ້ນ ເຈົ້າ​ຈົ່ງ​ບອກ​ລາວ​ວ່າ, ເຮົາ​ຈະ​ຕັ້ງ​ຄຳສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ລາວ​ຕະຫລອດໄປ

Uka jalj uñjjattʼäta Copia luraña




ຈົດບັນຊີ 25:12
9 Jak'a apnaqawi uñst'ayäwi  

ແຕ່​ຟີເນຮາ​ໄດ້​ລຸກ​ຂຶ້ນ​ລົງໂທດ​ຜູ້​ທີ່​ເຮັດ​ຜິດ ແລ້ວ​ໂຣກ​ລະບາດ​ກໍໄດ້​ຢຸດ​ສະໜິດ​ຈົນ​ສິ້ນ.


ພຣະອົງ​ຈຶ່ງ​ຖື​ວ່າ​ລາວ​ນັ້ນ​ຊອບທຳ​ສະເໝີມາ ຕະຫລອດ​ຈາກ​ຄົນ​ເຊັ່ນນີ້​ເຖິງ​ຄົນ​ເຊັ່ນໜ້າ​ສືບໆໄປ.


ພູ​ໃຫຍ່​ແລະ​ພູນ້ອຍ​ອາດ​ພັງ​ທະລາຍ​ລົງ ແຕ່​ຄວາມຮັກ​ຂອງເຮົາ​ໝັ້ນຄົງ​ບໍ່​ສິ້ນສຸດ​ໄດ້; ເຮົາ​ຈະ​ຮັກສາ​ສັນຍາ​ຄວາມ​ສະຫງົບສຸກ​ໄວ້​ສືບໄປ.” ພຣະເຈົ້າຢາເວ​ຜູ້​ຊົງ​ເມດຕາ​ເຈົ້າ​ກ່າວ​ດັ່ງນີ້ແຫລະ.


ເຮົາ​ຈະ​ເຮັດ​ພັນທະສັນຍາ​ປະກັນ​ຄວາມ​ປອດໄພ​ໃຫ້​ແກ່​ພວກເຂົາ. ເຮົາ​ຈະ​ກຳຈັດ​ສັດຮ້າຍ​ທັງໝົດ​ອອກ​ໄປ​ຈາກ​ດິນແດນ ເພື່ອ​ແກະ​ຂອງເຮົາ​ຈະ​ໄດ້​ຢູ່​ຢ່າງ​ປອດໄພ​ຕາມ​ທົ່ງນາ​ຫລື​ໃນ​ປ່າ.


ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຢ່າງ​ໜຶ່ງ​ກັບ​ພວກເຂົາ ທີ່​ຮັບ​ຮອງ​ຄວາມ​ປອດໄພ​ຕະຫລອດໄປ. ເຮົາ​ຈະ​ໃຫ້​ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ພວກເຂົາ​ເພີ່ມ​ຂຶ້ນ; ເຮົາ​ຈະ​ຕັ້ງ​ພຣະວິຫານ​ຂອງເຮົາ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ.


ແຕ່​ມາບັດນີ້ ບັນດາ​ປະໂຣຫິດ​ເອີຍ ພວກເຈົ້າ​ໄດ້​ຫັນໜ້າ​ໜີ​ຈາກ​ທາງ​ອັນ​ຊອບທຳ. ຄຳສັ່ງສອນ​ຂອງ​ພວກເຈົ້າ​ໄດ້​ພາ​ໃຫ້​ຫລາຍ​ຄົນ​ເຮັດ​ຜິດ. ພວກເຈົ້າ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕອບ​ວ່າ, “ເຮົາ​ຈະ​ໃຊ້​ຜູ້​ແຈ້ງຂ່າວ​ຂອງເຮົາ​ໄປ​ຕຽມ​ທາງ​ໄວ້​ສຳລັບ​ເຮົາ. ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ ກໍ​ຈະ​ມາ​ທີ່​ພຣະວິຫານ​ໃນທັນໃດ. ຜູ້​ແຈ້ງຂ່າວ​ທີ່​ພວກເຈົ້າ​ຢາກ​ເຫັນ​ນັ້ນ​ຈະ​ມາ ແລະ​ປະກາດ​ພັນທະສັນຍາ​ຂອງເຮົາ.”


ຊາວ​ອາມາເຫຼັກ​ອາໄສ​ຢູ່​ທາງທິດໃຕ້​ຂອງ​ດິນແດນ; ຊາວ​ຮິດຕີ, ຊາວ​ເຢບຸດ ແລະ​ຊາວ​ອາໂມ​ອາໄສ​ຢູ່​ເຂດ​ເນີນພູ ແລະ​ຊາວ​ການາອານ​ກໍ​ອາໄສ​ຢູ່​ຕາມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ​ແລະ​ຝັ່ງ​ແມ່ນໍ້າ​ຈໍແດນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka