ຈົດບັນຊີ 25:1 - ພຣະຄຳພີສັກສິ1 ເມື່ອຊາວອິດສະຣາເອນໄດ້ມາຕັ້ງຄ້າຍພັກຢູ່ທີ່ຊິດຕິມນັ້ນ ພວກຜູ້ຊາຍຊາວອິດສະຣາເອນໄດ້ສົມສູ່ຢູ່ກິນກັບຍິງຊາວໂມອາບ. Uka jalj uñjjattʼäta |
ແຕ່ຄົນລຸ້ນນີ້ໄດ້ທ້າທາຍເຮົາຄືກັນ. ພວກເຂົາໄດ້ຝ່າຝືນບັນດາກົດບັນຍັດຂອງເຮົາ ແລະບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາ ຊຶ່ງໃຫ້ຊີວິດແກ່ທຸກໆຄົນທີ່ປະຕິບັດຕາມ. ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕເປັນມົນທິນ. ສະນັ້ນ ເຮົາຈຶ່ງພ້ອມແລ້ວທີ່ຈະໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາໃນຖິ່ນແຫ້ງແລ້ງກັນດານນັ້ນ ແລະສັງຫານພວກເຂົາທັງໝົດຖິ້ມ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເມື່ອເຮົາພົບເຫັນຊາດອິດສະຣາເອນເທື່ອທຳອິດ ກໍເໝືອນໄດ້ພົບໝາກອະງຸ່ນທີ່ກຳລັງເກີດຂຶ້ນໃນຖິ່ນແຫ້ງແລ້ງກັນດານ. ເມື່ອເຮົາໄດ້ເຫັນບັນພະບຸລຸດຂອງພວກເຈົ້າເທື່ອທຳອິດ ກໍເໝືອນໄດ້ເຫັນໝາກເດື່ອເທດສຸກໃນຕົ້ນລະດູການ. ແຕ່ເມື່ອພວກເຂົາໄດ້ມາເຖິງພູເປອໍແລ້ວ ພວກເຂົາກໍໄດ້ເລີ່ມຂາບໄຫວ້ພະບາອານ ແລະບໍ່ດົນພວກເຂົາກໍເປັນໜ້າກຽດຊັງ ດັ່ງບັນດາຮູບພະທີ່ພວກເຂົາຮັກນັ້ນ.
ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະບາລາອາມ ລູກຊາຍຂອງເບອໍໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ຊິດຕິມ ຫາກິນການ. ຈົ່ງລະນຶກເຖິງສິ່ງເຫຼົ່ານີ້ ແລະພວກເຈົ້າກໍຈະສຳນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອຊ່ວຍຊີວິດຂອງພວກເຈົ້າ.”