ຈົດບັນຊີ 24:9 - ພຣະຄຳພີສັກສິ9 ປະຊາຊົນຊາດນີ້ ເປັນດັ່ງໂຕສິງທີ່ມີອຳນາດຍິ່ງ; ເມື່ອມັນພວມນອນຢູ່ນັ້ນ ບໍ່ມີໃຜກ້າປຸກມັນຂຶ້ນມາ. ຜູ້ໃດອວຍພອນຊາດອິດສະຣາເອນນັ້ນ ຜູ້ນັ້ນຈະໄດ້ຮັບຄຳອວຍພອນຄືນ ແລະຜູ້ໃດສາບແຊ່ງຊາດອິດສະຣາເອນ ຜູ້ນັ້ນຈະໄດ້ຖືກສາບແຊ່ງຕອບ.” Uka jalj uñjjattʼäta |
ແລ້ວຫລາຍໆຊົນຊາດ ຈະຄຳນັບຮັບຄຳບັນຊາ; ພ້ອມພາກັນຕັ້ງໜ້າ ມາຂາບລົງຮັບໃຊ້ເຈົ້າ. ຈົ່ງປົກຄອງພວກເຂົາໃຫ້ໄດ້ດັ່ງປົກຄອງນ້ອງພີ່ ເຊັ່ນພີ່ນ້ອງແມ່ເຈົ້າ ຈຸ້ມເຈື້ອເຫຼົ່າລູກຫລານ ພວກເຂົາຈະພາກັນມາກົ້ມຂາບ ກົ້ມຄານຢ້ານກົວຍິ່ງ ຈິງໃຈຄຳນັບເຈົ້າສະເໝີດ້າມ ເຈົ້າພະຍາແທ້ໃດ ບັດນີ້ ພວກເຜົ່າໃດປ້ອຍດ່າເຈົ້າ ພວກເຂົາຈະຖືກປ້ອຍດ່າກັບຄືນ ພວກເຜົ່າໃດອວຍພອນເຈົ້າ ພວກເຂົາກໍຈະໄດ້ຮັບພຣະພອນນັ້ນເໝືອນກັນ.”
ພວກເຂົາມີຈຳນວນຫລາຍກວ່າພວກເຮົາ, ສະນັ້ນ ຂໍໃຫ້ທ່ານມາສາບແຊ່ງພວກເຂົາໃຫ້ພວກເຮົາດ້ວຍ. ບາງທີພວກເຮົາອາດຈະຊະນະ ແລະຂັບໄລ່ພວກເຂົາໃຫ້ອອກຈາກດິນແດນຂອງພວກເຮົາກໍໄດ້. ເຮົາຮູ້ວ່າເມື່ອໃດທີ່ທ່ານກ່າວຄຳອວຍພອນ ປະຊາຊົນຈະໄດ້ຮັບຄຳອວຍພອນ ແລະເມື່ອໃດທີ່ທ່ານກ່າວຄຳສາບແຊ່ງ ພວກເຂົາຈະໄດ້ຮັບຄຳສາບແຊ່ງ.”