ຈົດບັນຊີ 24:8 - ພຣະຄຳພີສັກສິ8 ພຣະເຈົ້າໄດ້ນຳພວກເຂົາອອກ ມາຈາກປະເທດເອຢິບ ພຣະອົງສູ້ຮົບຕາງພວກເຂົາລຽນຕິດ ດັ່ງກຳລັງຂອງຄວາຍປ່າ ພວກເຂົາໄດ້ເຂັ່ນຂ້າ ເຫຼົ່າສັດຕູຂອງພວກເຂົາ ທັງຫັກກະດູກກັບລູກທະນູ ໃຫ້ໝຸ່ນທະລາຍຈົນກ້ຽງ. Uka jalj uñjjattʼäta |
“ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ນຳພາພວກເຈົ້າໄປສູ່ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ ແລະພຣະອົງຈະຂັບໄລ່ຫລາຍຊົນຊາດໃຫ້ອອກໜີໄປ. ເມື່ອພວກເຈົ້າບຸກເຂົ້າໄປນັ້ນ ພຣະອົງຈະຂັບໄລ່ເຈັດຊົນຊາດໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ດັ່ງນີ້: ຊາວຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະເຢບຸດ.