7 ພວກເຂົາຈະໄດ້ຮັບ ນໍ້າຝົນຢ່າງອຸດົມສົມບູນຫລາຍ ແລະປູກພືດພັນໃນນາ ທີ່ມີນໍ້າຢ່າງດີລໍ່ລ້ຽງ. ກະສັດຂອງພວກເຂົານັ້ນ ຈະຍິ່ງໃຫຍ່ກວ່າເຈົ້າອາກາ ແລະອຳນາດການປົກຄອງ ຈະຂະຫຍາຍຢ່າງໄກກວ້າງ.
ກະສັດດາວິດຈຶ່ງຮັບຮູ້ວ່າ ພຣະເຈົ້າຢາເວໄດ້ແຕ່ງຕັ້ງເພິ່ນໃຫ້ເປັນກະສັດຂອງຊາດອິດສະຣາເອນ ແລະທັງໃຫ້ອານາຈັກຂອງຕົນຮັ່ງມີແລະຮຸ່ງເຮືອງຂຶ້ນ ເພື່ອເຫັນແກ່ປະຊາຊົນຂອງພຣະອົງ.
ອານາຈັກຂອງກະສັດໂຊໂລໂມນລວມເອົາທັງຊົນຊາດຕ່າງໆ ຕັ້ງແຕ່ແມ່ນໍ້າເອີຟຣັດໄປຈົນເຖິງດິນແດນຂອງປະເທດເອຢິບ. ພວກນີ້ເສຍສ່ວຍແລະຍອມຢູ່ໃຕ້ອຳນາດຕະຫລອດຊົ່ວຊີວິດຂອງເພິ່ນ.
ເຈົ້າຮີຣາມ ກະສັດແຫ່ງເມືອງຕີເຣໄດ້ສົ່ງບັນດາຜູ້ຮັບໃຊ້ໄປຫາກະສັດໂຊໂລໂມນ ເພາະເພິ່ນໄດ້ຍິນວ່າເຈົ້າໂຊໂລໂມນຂຶ້ນເປັນກະສັດສືບແທນພໍ່ຂອງເພິ່ນ ເພາະເຈົ້າຮີຣາມກໍເປັນມິດກັບກະສັດດາວິດເລື້ອຍມາ.
ສະນັ້ນ ກະສັດດາວິດຈຶ່ງຮູ້ວ່າ ພຣະເຈົ້າຢາເວໄດ້ຕັ້ງເພິ່ນໃຫ້ເປັນກະສັດຂອງຊາດອິດສະຣາເອນ ແລະເຮັດໃຫ້ອານາຈັກຂອງເພິ່ນຈະເລີນຮຸ່ງເຮືອງ ເພື່ອເຫັນແກ່ປະຊາຊົນທັງຫລາຍ.
ບັນດາກະສັດຜູ້ມີອຳນາດໃຫຍ່ໄດ້ຂຶ້ນຄອງຢູ່ທີ່ນັ້ນ ແລະໄດ້ປົກຄອງທົ່ວແຂວງທັງໝົດທາງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ໂດຍໃຊ້ອິດທິພົນເກັບພາສີ ແລະຫາລາຍໄດ້.
ໃນເວລາຕໍ່ມາ ກະສັດເຊເຊັດໄດ້ເລື່ອນຊັ້ນຊາຍຄົນໜຶ່ງຊື່ວ່າຮາມານເປັນລູກຊາຍຂອງຮາມເມດາທາ ເປັນເຊື້ອສາຍຄົນໜຶ່ງຂອງອາກັກ. ໃຫ້ມີຕຳແໜ່ງສູງຂື້ນແລະໃຫ້ນັ່ງສູງກວ່າເຈົ້ານາຍທັງຫລາຍທີ່ຢູ່ນຳກັນ.
ພຣະອົງຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄົນກະບົດ ແລະໃຫ້ເປັນຜູ້ປົກຄອງບັນດາປະຊາຊາດ; ປະຊາຊົນທີ່ຂ້ານ້ອຍບໍ່ເຄີຍຮູ້ຈັກມາກ່ອນ ບັດນີ້ ກໍກາຍມາເປັນຜູ້ຮັບໃຊ້ຂ້ານ້ອຍ.
“ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າເຖີດ ຄົນທັງຫລາຍທີ່ເປັນຊາດອິດສະຣາເອນເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວໃນທີ່ຊຸມນຸມຊົນທັງຫລາຍ.”
ກະສັດທຸກຄົນຈະກົ້ມຂາບລົງຕໍ່ໜ້າເພິ່ນ ບັນດາຊົນຊາດທັງໝົດຈະຮັບໃຊ້ເພິ່ນ.
ເຮົາຈະເຮັດໃຫ້ລາວເປັນລູກຊາຍກົກຂອງເຮົາ ເປັນຜູ້ຍິ່ງໃຫຍ່ກວ່າບັນດາກະສັດທັງສິ້ນ.
ໃນວັນທັງຫລາຍທີ່ຈະໝູນວຽນມາເຖິງ ພູບ່ອນທີ່ຕັ້ງພຣະວິຫານຂອງພຣະເຈົ້າຢາເວຈະສູງກວ່າທຸກໆແຫ່ງ ພູນັ້ນຈະຕັ້ງຢູ່ສູງສົ່ງເທິງເນີນພູທັງໝົດ ດັ່ງນັ້ນ ຫລາຍຊົນຊາດຈຶ່ງຈະຫລັ່ງມາສູ່ທີ່ນັ້ນ
ວັນໃດທີ່ປ້ອມປ້ອງກັນຂອງເຫຼົ່າສັດຕູຂອງພວກເຈົ້າ ຖືກຢຶດໄດ້ ແລະປະຊາຊົນຖືກຂ້າ ວັນນັ້ນແຫຼະ ສາຍນໍ້າກໍຈະໄຫລອອກຈາກພູແລະເນີນພູທຸກໆໜ່ວຍ.
ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງເລື່ອງນີ້ ພວກທີ່ສືບເຊື້ອສາຍມາຈາກເຜົ່າຢູດານັ້ນ: ພວກເຈົ້າໄດ້ສາບານໃນນາມຂອງພຣະເຈົ້າຢາເວ ແລະອ້າງວ່າຕົນນະມັດສະການພຣະເຈົ້າ ຄືຍ້ອງຍໍພຣະເຈົ້າຂອງຊາດອິດສະຣາເອນ ແຕ່ບໍ່ໄດ້ຕັ້ງໃຈເວົ້າແມ່ນແຕ່ຄຳດຽວຢ່າງນັ້ນ.
ພຣະຣາຊອຳນາດຈະເພີ່ມຂຶ້ນຢູ່ສະເໝີ ພຣະຣາຊອານາຈັກຈະມີສັນຕິສຸກໄປເລື້ອຍໆ. ພຣະອົງຈະຂຶ້ນປົກຄອງສືບຕໍ່ດາວິດຜູ້ເປັນກະສັດ ທີ່ອຳນາດຫລັກຄືຄວາມຍຸດຕິທຳແລະຖືກຕ້ອງ ເລີ່ມຕັ້ງແຕ່ບັດນີ້ຈົນເຖິງເທົ່າອະວະສານ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕັ້ງໃຈເຮັດທຸກສິ່ງນີ້.
ປະເທດນີ້ມີແມ່ນໍ້າຫລາຍສາຍ ທັງມີຊັບສົມບັດຢ່າງຫລວງຫລາຍ, ແຕ່ເຖິງຄາວສຸດທ້າຍແລ້ວ ແລະຊີວິດຂອງມັນກໍຖືກຕັດສາແລ້ວ.
ໃນສະໄໝທີ່ກະສັດເຫຼົ່ານັ້ນປົກຄອງ ພຣະເຈົ້າແຫ່ງສະຫວັນຈະຕັ້ງອານາຈັກໜຶ່ງຂຶ້ນ ຊຶ່ງຈະບໍ່ສູນຫາຍໄປຈັກເທື່ອ. ອານາຈັກນີ້ຈະບໍ່ຖືກຕີໃຫ້ພ່າຍແພ້ຈັກເທື່ອ, ແຕ່ຈະທຳລາຍອານາຈັກອື່ນໆໃຫ້ໝົດສິ້ນໄປ ແລ້ວກໍຈະຕັ້ງໝັ້ນຢູ່ຕະຫລອດໄປເປັນນິດ.
ຕໍ່ມາ ໃນນິມິດນັ້ນບາລາອາມກໍເຫັນຊາວອາມາເຫຼັກ ແລ້ວເພິ່ນກໍທຳນວາຍດັ່ງນີ້: “ອາມາເຫຼັກແມ່ນຊົນຊາດ ທີ່ມີອຳນາດກວ່າທຸກຊາດອື່ນໃດ ແຕ່ໃນບັ້ນປາຍ ຈະຈິບຫາຍໄປຕະຫລອດ.”
ນະທານາເອັນ ຕອບພຣະອົງວ່າ, “ພຣະອາຈານເຈົ້າເອີຍ, ທ່ານເປັນພຣະບຸດຂອງພຣະເຈົ້າ ທ່ານເປັນກະສັດຂອງຊາດອິດສະຣາເອນ.”
ເມື່ອເທວະດາຕົນທີເຈັດໄດ້ເປົ່າແກຂອງຕົນແລ້ວ ກໍມີຫຼາຍສຽງດັງຈາກສະຫວັນ ກ່າວວ່າ, “ຣາຊອານາຈັກໂລກນີ້ ເປັນກຳມະສິດຂອງອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະຂອງພຣະຄຣິດຂອງພຣະອົງ ແລະພຣະອົງຈະປົກຄອງຕະຫລອດຊົ່ວນິຣັນດອນ.”
ແລ້ວເທວະດາຕົນໜຶ່ງໃນເຈັດຕົນ ທີ່ຖືຂັນທັງເຈັດໜ່ວຍນັ້ນ ໄດ້ມາຫາຂ້າພະເຈົ້າ ແລະກ່າວວ່າ, “ເຊີນມາທີ່ນີ້ເທີ້ນ ເຮົາຈະໃຫ້ທ່ານເຫັນການຊົງພິພາກສາລົງໂທດ ຍິງໂສເພນີຄົນສຳຄັນ ທີ່ນັ່ງຢູ່ເທິງແມ່ນໍ້າອັນຫລວງຫລາຍ.
ເທວະດາຕົນນັ້ນ ຍັງເວົ້າຕໍ່ຂ້າພະເຈົ້າອີກວ່າ, “ແມ່ນໍ້າທັງຫລາຍທີ່ທ່ານໄດ້ເຫັນ ຊຶ່ງເປັນບ່ອນທີ່ຍິງໂສເພນີນັ່ງຢູ່ນັ້ນ ໄດ້ແກ່ບັນດາຊົນຊາດ ປະຊາຊົນທັງຫລາຍ ບັນດາປະຊາຊາດ ແລະພາສາຕ່າງໆ.
ຕາມເສື້ອຄຸມແລະຕາມກົກຂາຂອງພຣະອົງ ໄດ້ມີຊື່ຂຽນໄວ້ວ່າ, “ຈອມກະສັດ.” ແລະ “ຈອມເຈົ້ານາຍ.”