Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 24:4 - ພຣະຄຳພີສັກສິ

4 ຜູ້​ທີ່ໄດ້ຍິນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະເຈົ້າ. ຄື​ຜູ້​ທີ່​ເຫັນ​ນິມິດ​ຈາກ​ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,

Uka jalj uñjjattʼäta Copia luraña




ຈົດບັນຊີ 24:4
20 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”


ພໍ​ເມື່ອ​ຕາເວັນ​ລັບ​ຂອບ​ຟ້າ​ແລ້ວ ອັບຣາມ​ກໍ​ນອນ​ຫລັບ​ສະໜິດ ແລະ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ກໍ​ຄອບງຳ​ເພິ່ນ.


ມີກາອີຢາ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ກອງທັບ​ອິດສະຣາເອນ ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ທັງ​ພູດອຍ ດັ່ງ​ຝູງແກະ​ທີ່​ບໍ່ມີ​ຜູ້ລ້ຽງ. ຝ່າຍ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ວ່າ, ‘ຄົນ​ເຫຼົ່ານີ້​ບໍ່ມີ​ຜູ້ນຳ; ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ເມືອ​ເຮືອນ​ຢ່າງ​ສັນຕິສຸກ​ເຖີດ.”’


ດົນນານ​ມາ​ແລ້ວ​ທີ່​ພຣະອົງ​ກ່າວ​ທາງ​ນິມິດ​ຄວາມຝັນ ຕໍ່​ບັນດາ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງ​ນັ້ນ​ວ່າ, “ເຮົາ​ໄດ້​ຖອກເທ​ພະກຳລັງ​ໃຫ້​ນັກຮົບ​ຄົນ​ໜຶ່ງ​ທີ່​ມີ​ຊື່ສຽງ​ດີ ແລະ​ມອບ​ບັນລັງ​ໃຫ້​ຜູ້ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ຈາກ​ໄພ່ພົນ​ທັງປວງ.


ຊຶ່ງ​ຢູ່​ໃນ​ນັ້ນ​ມີ​ສີສັນ​ຕ່າງໆ​ຂອງ​ຮຸ້ງກິນນໍ້າ. ອັນນີ້ ແມ່ນ​ສະຫງ່າຣາສີ​ທີ່​ສຳແດງ​ໃຫ້​ຮູ້​ວ່າ ພຣະເຈົ້າຢາເວ​ສະຖິດ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ຈຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ ແລ້ວ​ຂ້າພະເຈົ້າ​ກໍ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວຈາ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ​ເຮົາ​ກ່າວ​ໃຫ້​ດີ ເມື່ອ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຈົ້າ ເຮົາ​ໄດ້​ປາກົດ​ເຮົາ​ເອງ​ໃຫ້​ແກ່​ພວກເຂົາ​ເຫັນ​ທາງ​ນິມິດ ແລະ​ກ່າວ​ແກ່​ພວກເຂົາ​ທາງ​ຄວາມຝັນ.


ແລ້ວ​ໃນຄືນນັ້ນ ພຣະເຈົ້າ​ໄດ້​ມາ​ຫາ​ບາລາອາມ ແລະ​ບອກ​ເພິ່ນ​ວ່າ, “ຖ້າ​ພວກ​ເຫຼົ່ານີ້​ຫາກ​ຍັງ​ຂໍຮ້ອງ​ເຈົ້າ​ໃຫ້​ໄປ​ກັບ​ພວກເຂົາ ຈົ່ງ​ຕຽມຕົວ​ໄປ​ສາ, ແຕ່​ໃຫ້​ເຈົ້າ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ເທົ່ານັ້ນ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ບາລາອາມ​ເຫັນ​ເທວະດາ​ຖື​ດາບ​ຢືນ​ຢູ່​ທີ່​ນັ້ນ; ບາລາອາມ​ຈຶ່ງ​ໝູບ​ໜ້າ​ລົງ​ດິນ.


ແລ້ວ​ບາລາອາມ​ກໍ​ທຳນວາຍ​ໄວ້​ດັ່ງນີ້: “ນີ້​ແມ່ນ​ຖ້ອຍຄຳ​ຂອງ​ບາລາອາມ ລູກຊາຍ​ເບອໍ ເປັນ​ຖ້ອຍຄຳ​ຂອງ​ຄົນ ທີ່​ສາມາດ​ເຫັນ​ໄດ້​ຢ່າງ​ຈະແຈ້ງ.


ໂອ ຢາໂຄບ​ເອີຍ ບັນດາ​ເຕັນ​ຂອງ​ທ່ານ​ຊ່າງ​ງາມ​ຫລາຍ ໂອ ຊາວ​ອິດສະຣາເອນ​ເອີຍ ທີ່​ອາໄສ​ທັງຫລາຍ​ຂອງ​ທ່ານ ຊ່າງ​ງາມ​ແທ້ໆ.


ເພິ່ນ​ຮູ້​ສຶກ​ຫິວ​ແລະ​ຢາກ​ກິນ​ເຂົ້າ ໃນ​ຂະນະທີ່​ພວກເຂົາ​ຕຽມ​ອາຫານ​ຢູ່​ນັ້ນ ເພິ່ນ​ກໍໄດ້​ເຫັນ​ນິມິດ.


ຂະນະທີ່​ເປໂຕ​ກຳລັງ​ຄິດ​ຊອກຫາ ທີ່​ຈະ​ເຂົ້າໃຈ​ຄວາມໝາຍ​ຂອງ​ນິມິດ​ນັ້ນ​ຢູ່ ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ເບິ່ງແມ! ມີ​ຊາຍ​ສາມ​ຄົນ ມາ​ຖາມ​ຫາ​ເຈົ້າ.


“ແລ້ວ​ຂ້າພະເຈົ້າ​ກໍໄດ້​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ພຣະວິຫານ​ນັ້ນ ຂ້າພະເຈົ້າ​ກໍ​ລືມຄີງ​ໄປ.


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມ​ລົງ​ໃກ້​ຕີນ​ຂອງ​ພຣະອົງ ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ, ແຕ່​ພຣະອົງ​ເດ່​ມື​ຂວາ​ມາ​ຈັບ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ.


ເພິ່ນ​ແກ້​ເຄື່ອງນຸ່ງ​ອອກ, ຟ້ອນລຳ ແລະ​ຮ້ອງໂຮ​ຢູ່​ຕໍ່ໜ້າ​ຊາມູເອນ. ແລ້ວ​ເພິ່ນ​ກໍ​ນອນ​ເປືອຍກາຍ​ຢູ່​ຕະຫລອດ​ວັນ​ຕະຫລອດ​ຄືນ. (ຄົນ​ຈຶ່ງ​ເວົ້າ​ຊ່າລື​ກັນ​ໄປ​ວ່າ, “ໂຊນ​ໄດ້​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ຫລື​ນີ້?”)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka