3 ແລ້ວລາວກໍກ່າວຄຳທຳນວາຍດັ່ງນີ້: “ນີ້ແມ່ນຖ້ອຍຄຳຂອງບາລາອາມ ລູກຊາຍເບອໍ ເປັນຖ້ອຍຄຳຂອງຄົນ ທີ່ສາມາດເຫັນໄດ້ຢ່າງຈະແຈ້ງ.
ມີກາອີຢາຕອບວ່າ, “ຂ້ານ້ອຍໄດ້ເຫັນກອງທັບອິດສະຣາເອນ ຖືກກະຈັດກະຈາຍໄປທົ່ວທັງພູດອຍ ດັ່ງຝູງແກະທີ່ບໍ່ມີຜູ້ລ້ຽງ. ຝ່າຍພຣະເຈົ້າຢາເວກໍໄດ້ກ່າວວ່າ, ‘ຄົນເຫຼົ່ານີ້ບໍ່ມີຜູ້ນຳ; ຈົ່ງໃຫ້ພວກເຂົາກັບຄືນເມືອເຮືອນຢ່າງສັນຕິສຸກເຖີດ.”’
ແລະມີກາອີຢາໄດ້ກ່າວວ່າ, “ສະນັ້ນ ຂໍຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວເຖີດ ຂ້ານ້ອຍໄດ້ເຫັນພຣະເຈົ້າຢາເວນັ່ງຢູ່ເທິງພຣະບັນລັງຂອງພຣະອົງໃນສະຫວັນ ແລະເທວະດາທັງໝົດກໍກຳລັງຢືນຢູ່ອ້ອມຂ້າງພຣະອົງ.
ແລ້ວໂຢບກໍໄດ້ເລີ່ມເວົ້າຈາອີກ.
ແລ້ວພຣະເຈົ້າຢາເວກໍບັນດານໃຫ້ບາລາອາມເຫັນເທວະດາຖືດາບຢືນຢູ່ທີ່ນັ້ນ; ບາລາອາມຈຶ່ງໝູບໜ້າລົງດິນ.
ແລະບາລາອາມກໍກ່າວຄຳທຳນວາຍດັ່ງນີ້: “ກະສັດບາຫລາກ ລູກຊາຍຊິບໂປເອີຍ ທ່ານຢ່າເມີນເສີຍ ຈົ່ງຟັງຖ້ອຍຄຳທີ່ຂ້າພະເຈົ້າຕ້ອງກ່າວ.
ບາລາອາມໄດ້ກ່າວຄຳທຳນວາຍດັ່ງນີ້: “ກະສັດບາຫລາກແຫ່ງໂມອາບ ໄດ້ນຳຂ້າພະເຈົ້າມາ; ຈາກປະເທດຊີເຣຍ ຄືຈາກພູດອຍທາງທິດຕາເວັນອອກ. ເພິ່ນກ່າວວ່າ, ຮີບມາເວົ້າ ສຳລັບເຮົາໃຫ້ແດ່ ມາສາບແຊ່ງປະຊາຊົນຊາດເຊື້ອ ອິດສະຣາເອນໃຫ້ແດ່ດູ
ແລ້ວບາລາອາມກໍທຳນວາຍໄວ້ດັ່ງນີ້: “ນີ້ແມ່ນຖ້ອຍຄຳຂອງບາລາອາມ ລູກຊາຍເບອໍ ເປັນຖ້ອຍຄຳຂອງຄົນ ທີ່ສາມາດເຫັນໄດ້ຢ່າງຈະແຈ້ງ.
ຜູ້ໄດ້ຍິນສິ່ງທີ່ພຣະເຈົ້າ ກຳລັງກ່າວຈາ ແລະໄດ້ຮັບສະຕິປັນຍາ ມາຈາກຜູ້ສູງສຸດພຸ້ນ. ຄືເຫັນນິມິດລົງມາ ຈາກພຣະເຈົ້າອົງມີຣິດອຳນາດຍິ່ງໃຫຍ່ ຜູ້ທີ່ລົ້ມລົງ, ແຕ່ຕາໄດ້ຖືກເປີດອອກ ກ່າວວ່າ,
ຜູ້ທີ່ໄດ້ຍິນຖ້ອຍຄຳທັງຫລາຍຂອງພຣະເຈົ້າ. ຄືຜູ້ທີ່ເຫັນນິມິດຈາກພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ ຜູ້ທີ່ລົ້ມລົງ, ແຕ່ຕາໄດ້ຖືກເປີດອອກ ກ່າວວ່າ,