Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 24:22 - ພຣະຄຳພີສັກສິ

22 ແຕ່​ຊາວ​ເກນິດ​ນັ້ນ ພວກເຈົ້າ​ຈະ​ຖືກ​ທຳລາຍ​ລົງ​ຈົນ​ໝົດ ເມື່ອ​ຊາວ​ອັດຊີເຣຍ ມາ​ຈັບ​ພວກເຈົ້າ​ໄປ​ສູ່​ຕ່າງຖິ່ນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 24:22
8 Jak'a apnaqawi uñst'ayäwi  

ເມື່ອ​ນິມໂຣດ​ໜີ​ຈາກ​ດິນແດນ​ນີ້​ໄປ ເພິ່ນ​ຈຶ່ງ​ໄປ​ທີ່​ປະເທດ​ອັດຊີເຣຍ ແລະ​ສ້າງ​ເມືອງ​ຕ່າງໆ​ຂຶ້ນ​ອີກ​ດັ່ງນີ້: ນີເນເວ, ເຣໂຮໂບດ​ອີເຣ, ກາລາ,


ເຊມ​ຜູ້​ທີ່​ເປັນ​ອ້າຍ​ກົກ​ຂອງ​ຢາເຟດ, ເປັນ​ພໍ່​ຂອງ​ລູກ​ທັງຫລາຍ​ຂອງ​ເອເບ.


ລູກຊາຍ​ຂອງ​ເຊມ​ມີ​ດັ່ງນີ້: ເອລາມ, ອັດຊູຣະ, ອາກປັກຊາດ, ລູດ ແລະ​ອາຣາມ; ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນີ້​ຕໍ່ໆ​ມາ.


ລວມທັງ​ດິນແດນ​ຂອງ​ພວກ​ເກນິດ, ເກນິດຊີ, ກັດໂມ,


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຫາ​ເຊຣຸບບາເບນ ແລະ​ພວກ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ແລະ​ກ່າວ​ວ່າ, “ຂໍ​ໃຫ້​ພວກເຮົາ​ໄດ້​ຮ່ວມ​ຊ່ວຍ​ສ້າງ​ພຣະວິຫານ​ດ້ວຍ. ພວກເຮົາ​ແລະ​ພວກທ່ານ​ກໍ​ນະມັດສະການ​ພຣະເຈົ້າ​ອົງ​ດຽວກັນ ແລະ​ເຄີຍ​ໄດ້​ເຜົາ​ເຄື່ອງ​ບູຊາ​ແກ່​ພຣະອົງ ຕັ້ງແຕ່​ຄາວ​ທີ່​ກະສັດ​ເອສາຮັດໂດນ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ພວກເຮົາ​ມາ​ຢູ່​ທີ່ນີ້.”


ຊາວ​ອັດຊີເຣຍ​ຜູ້​ເຂັ້ມແຂງ​ກໍ​ເປັນ​ພັນທະມິດ ຝ່າຍ​ຊາວ​ອຳໂມນ ຊາວ​ໂມອາບ​ເຊື້ອສາຍ​ຂອງ​ໂລດ.


ອັດຊີເຣຍ​ບໍ່ເຄີຍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ ມ້າ​ເສິກ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້. ພວກ​ຂ້ານ້ອຍ​ຈະ​ບໍ່​ກ່າວ​ຕໍ່​ຮູບເຄົາຣົບ​ຂອງ​ພວກ​ຂ້ານ້ອຍ​ອີກ​ວ່າ ພວກມັນ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຂໍໂຜດ​ສຳແດງ​ຄວາມ​ເມດຕາ​ຕໍ່​ພວກ​ຂ້ານ້ອຍ ທີ່​ຂາດ​ຜູ້​ເພິ່ງພາ​ອາໄສ​ດ້ວຍ​ເຖີດ.”


ບາລາອາມ​ຍັງ​ໄດ້​ທຳນວາຍ​ໄວ້​ຕື່ມ​ອີກ​ວ່າ: “ຄົນ​ທີ່​ກຳລັງ​ເຕົ້າໂຮມ​ຢູ່ ທາງທິດເໜືອ ນັ້ນ​ແມ່ນ​ພວກ​ໃດ​ກັນ? ພວກ​ຮຸກຮານ​ຮາວີ ຈະ​ຂີ່​ເຮືອ​ມາ​ຈາກ​ໄຊປຣັດ​ພຸ້ນ. ພວກເຂົາ​ຈະ​ຕີ​ຊະນະ ຊາວ​ອັດຊີເຣຍ​ແລະ​ເອເບ, ແຕ່​ໃນ​ທີ່ສຸດ​ພວກເຂົາ ກໍ​ຈະ​ດັບສູນ​ໄປ​ຕະຫລອດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka