20 ຕໍ່ມາ ໃນນິມິດນັ້ນບາລາອາມກໍເຫັນຊາວອາມາເຫຼັກ ແລ້ວເພິ່ນກໍທຳນວາຍດັ່ງນີ້: “ອາມາເຫຼັກແມ່ນຊົນຊາດ ທີ່ມີອຳນາດກວ່າທຸກຊາດອື່ນໃດ ແຕ່ໃນບັ້ນປາຍ ຈະຈິບຫາຍໄປຕະຫລອດ.”
ຢູ່ໃນທີ່ນັ້ນ ພວກເຂົາໄດ້ສັງຫານຊາວອາມາເຫຼັກຜູ້ທີ່ລອດຊີວິດມາໄດ້ ແລະໄດ້ອາໄສຢູ່ທີ່ນັ້ນຈົນເຖິງທຸກວັນນີ້.
ໃນເວລາຕໍ່ມາ ກະສັດເຊເຊັດໄດ້ເລື່ອນຊັ້ນຊາຍຄົນໜຶ່ງຊື່ວ່າຮາມານເປັນລູກຊາຍຂອງຮາມເມດາທາ ເປັນເຊື້ອສາຍຄົນໜຶ່ງຂອງອາກັກ. ໃຫ້ມີຕຳແໜ່ງສູງຂື້ນແລະໃຫ້ນັ່ງສູງກວ່າເຈົ້ານາຍທັງຫລາຍທີ່ຢູ່ນຳກັນ.
ກະສັດໄດ້ສັ່ງໃຫ້ປະຕິບັດຕາມນັ້ນ ແລະຄຳປະກາດກໍຖືກນຳອອກໃຊ້ທີ່ເມືອງຊູຊາ. ຊາກສົບລູກຊາຍຂອງຮາມານສິບຄົນຖືກແຂວນໄວ້ໃຫ້ຄົນເຫັນ.
ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ຈົ່ງບັນທຶກເລື່ອງໄຊຊະນະນີ້ໄວ້ ເພື່ອຈະໄດ້ຈົດຈຳຕະຫລອດໄປ. ຈົ່ງບອກໂຢຊວຍວ່າ ເຮົາຈະທຳລາຍຊາວອາມາເຫຼັກໃຫ້ກ້ຽງ.”
ເພິ່ນໄດ້ກ່າວວ່າ, “ຈົ່ງຍົກສູງທຸງໄຊຂອງພຣະເຈົ້າຢາເວ ພຣະເຈົ້າຢາເວຈະສູ້ຮົບກັບຊາວອາມາເຫຼັກຕະຫລອດໄປ.”
ຊາວອາມາເຫຼັກໄດ້ຍົກທັບມາຕີຊາວອິດສະຣາເອນທີ່ເຣຟີດີມ.
ຊົນຊາດອິດສະຣາເອນນັ້ນ ຈະຢຽບຢໍ່າເຫຼົ່າສັດຕູລົງ ແລະກວາດລ້າງພວກທີ່ຍັງເຫລືອ ຈົນຮອດຄົນສຸດທ້າຍ.”
ພວກເຂົາຈະໄດ້ຮັບ ນໍ້າຝົນຢ່າງອຸດົມສົມບູນຫລາຍ ແລະປູກພືດພັນໃນນາ ທີ່ມີນໍ້າຢ່າງດີລໍ່ລ້ຽງ. ກະສັດຂອງພວກເຂົານັ້ນ ຈະຍິ່ງໃຫຍ່ກວ່າເຈົ້າອາກາ ແລະອຳນາດການປົກຄອງ ຈະຂະຫຍາຍຢ່າງໄກກວ້າງ.
ເທື່ອໃດທີ່ຊາວອິດສະຣາເອນຫວ່ານເຂົ້າ ຊາວມີດີອານພ້ອມດ້ວຍຊາວອາມາເຫຼັກ ແລະຄົນໃນເຜົ່າຕ່າງໆທີ່ຢູ່ຕາມຖິ່ນແຫ້ງແລ້ງກັນດານ ກໍມາບຸກໂຈມຕີພວກເຂົາເທື່ອນັ້ນ.
ເພິ່ນສູ້ຮົບຢ່າງອົງອາດກ້າຫານ ແລະເອົາຊະນະພວກອາມາເຫຼັກ. ເພິ່ນຊ່ວຍຊາວອິດສະຣາເອນໃຫ້ພົ້ນຈາກການບຸກຮຸກໂຈມຕີຂອງເຫຼົ່າສັດຕູທຸກໆຄັ້ງ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ເຮົາຈະລົງໂທດຊາວອາມາເຫຼັກ ຍ້ອນວ່າບັນພະບຸລຸດຂອງພວກເຂົາໄດ້ຕໍ່ຕ້ານຊາວອິດສະຣາເອນ ສະໄໝທີ່ຊາວອິດສະຣາເອນໄດ້ເດີນທາງອອກມາຈາກປະເທດເອຢິບ.
ສອງມື້ຕໍ່ມາ ດາວິດພ້ອມກັບຄົນທັງຫລາຍຂອງຕົນກໍໄດ້ກັບຄືນມາຮອດເມືອງຊິກລັກ. ພວກອາມາເຫຼັກໄດ້ມາຫລອນປຸ້ນທາງພາກໃຕ້ຂອງຢູດາຍ ແລະໂຈມຕີເມືອງຊິກລັກ. ພວກເຂົາໄດ້ຈູດເມືອງຖິ້ມ
ໃນມື້ຕໍ່ມາພໍຮຸ່ງເຊົ້າ ດາວິດກໍໂຈມຕີພວກເຂົາແລະຕໍ່ສູ້ກັນຈົນເຖິງຄໍ່າ. ມີແຕ່ຊາຍໜຸ່ມໃນພວກປຸ້ນສີ່ຮ້ອຍຄົນເທົ່ານັ້ນ ທີ່ຂີ່ອູດປົບໜີໄປໄດ້. ນອກນັ້ນຖືກຂ້າຖິ້ມໝົດ.