Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 24:2 - ພຣະຄຳພີສັກສິ

2 ແລະ​ເຫັນ​ປະຊາຊົນ​ອິດສະຣາເອນ​ຕັ້ງ​ຄ້າຍພັກ​ຢູ່​ຕາມ​ເຜົ່າ​ຂອງຕົນ. ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຄວບຄຸມ​ລາວ

Uka jalj uñjjattʼäta Copia luraña




ຈົດບັນຊີ 24:2
17 Jak'a apnaqawi uñst'ayäwi  

ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ມາ​ຄວບຄຸມ​ອາຊາຣີຢາ​ລູກຊາຍ​ຂອງ​ໂອເດັດ


ຍິງສາວ​ຄົນນີ້​ເປັນ​ຜູ້ໃດ​ກັນ​ນໍ? ເປັນ​ຄົນ​ເບີກບານ​ໃຈ​ດັ່ງ​ຮຸ່ງ​ອາລຸນ​ຕອນເຊົ້າ; ນາງ​ຊ່າງ​ງາມແທ້​ແລະ​ບໍຣິສຸດ​ຜຸດຜ່ອງ ດັ່ງ​ຕາເວັນ​ແລະ​ດວງເດືອນ​ສ່ອງແຈ້ງ​ເຫລື້ອມໃສ.


ທີ່ຮັກ​ຂອງອ້າຍ ນ້ອງ​ນາງ​ຊ່າງ​ງາມຫລາຍ ງາມ​ເທົ່າກັບ​ຕີຣະຊາ ເມືອງ​ແຫ່ງ​ຄວາມ​ງາມ​ຍິ່ງ. ທັງ​ໜ້າຮັກແພງ​ດ້ວຍ ດັ່ງ​ນະຄອນ​ເຢຣູຊາເລັມ ແລະ​ໜ້າຫລົງໄຫລ​ດັ່ງ​ເມືອງ​ຍິ່ງໃຫຍ່​ເຫຼົ່ານີ້.


ໂອ ຢາໂຄບ​ເອີຍ ບັນດາ​ເຕັນ​ຂອງ​ທ່ານ​ຊ່າງ​ງາມ​ຫລາຍ ໂອ ຊາວ​ອິດສະຣາເອນ​ເອີຍ ທີ່​ອາໄສ​ທັງຫລາຍ​ຂອງ​ທ່ານ ຊ່າງ​ງາມ​ແທ້ໆ.


ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ອິດສະກາຣີອົດ ຜູ້​ທີ່​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ​ນັ້ນ.


ຈົ່ງ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ຫາຍ​ດີ ຈົ່ງ​ເຮັດ​ໃຫ້​ຄົນ​ຕາຍ​ຄືນ​ມີ​ຊີວິດ, ຈົ່ງ​ເຮັດ​ໃຫ້​ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ຫາຍ​ດີ ແລະ​ຂັບໄລ່​ຜີມານຮ້າຍ​ອອກ, ພວກເຈົ້າ​ໄດ້​ຮັບ​ລ້າໆ​ໂດຍ​ບໍ່​ຄິດຄ່າ​ຢ່າງ​ໃດ ຈົ່ງ​ໃຫ້​ລ້າໆ​ໂດຍ​ບໍ່​ຄິດຄ່າ​ຢ່າງ​ນັ້ນ.


ເມື່ອ​ວັນ​ພິພາກສາ​ມາ​ເຖິງ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກ​ຂ້ານ້ອຍ​ໄດ້​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ໃນ​ນາມ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ ແລະ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ນາມ​ຂອງ​ພຣະອົງ​ບໍ່ແມ່ນ​ບໍ’


ແຕ່​ຢ່າ​ໄດ້ຍິນດີ​ຢູ່​ໃນ​ສິ່ງ​ເຫຼົ່ານີ້ ຄື​ເພາະ​ຜີຮ້າຍ​ຍອມ​ເຊື່ອຟັງ​ພວກເຈົ້າ, ແຕ່​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ໄດ້​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ.”


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ລົງ​ມາ​ຄວບຄຸມ​ລາວ ແລະ​ລາວ​ໄດ້​ກາຍເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ. ໂອດນີເອນ​ໄດ້​ອອກ​ໄປ​ເຮັດ​ເສິກ ແລະ​ພຣະເຈົ້າຢາເວ​ໄດ້​ມອບ​ກະສັດ​ກູຊານ-ຣິຊາທາອິມ​ແຫ່ງ​ອາຣາມ​ໃຫ້​ຢູ່​ໃນ​ກຳມື​ຂອງ​ລາວ ແລະ​ມື​ຂອງ​ລາວ​ກໍ​ເອົາ​ຊະນະ​ຕໍ່​ກູຊານ-ຣິຊາທາອິມ.


ເມື່ອ​ໂຊນ​ແລະ​ຄົນ​ຮັບໃຊ້​ຂອງ​ລາວ​ມາ​ຮອດ​ເມືອງ​ກີເບອາ ກໍ​ມີ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ມາ​ພົບ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ເຂົ້າ​ຄວບຄຸມ​ລາວ ແລະ​ນຳ​ລາວ​ໄປ​ພ້ອມ​ທັງ​ທຳນວາຍ​ຮ່ວມ​ກັບ​ພວກເຂົາ.


ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ຄົນ​ອອກ​ໄປ​ຈັບ​ລາວ. ເມື່ອ​ໄປ​ຮອດ​ທີ່​ນັ້ນ​ພວກເຂົາ​ໄດ້​ເຫັນ ກຸ່ມ​ຜູ້ທຳນວາຍ​ພວມ​ຟ້ອນ ແລະ​ຮ້ອງໂຮ ຊຶ່ງ​ມີ​ຊາມູເອນ​ເປັນ​ຜູ້ນຳໜ້າ. ວິນຍານ​ຂອງ​ພຣະເຈົ້າ​ໄດ້​ເຂົ້າ​ຄວບຄຸມ​ທະຫານ​ຂອງ​ກະສັດ​ໂຊນ ແລະ​ພວກເຂົາ​ກໍ​ເຂົ້າ​ຮ່ວມ​ຟ້ອນ​ນຳ​ຄືກັນ.


ໃນ​ຂະນະທີ່​ເພິ່ນ​ກຳລັງ​ເດີນທາງ​ໄປ​ນັ້ນ ວິນຍານ​ຂອງ​ພຣະເຈົ້າ​ເຂົ້າ​ຄວບຄຸມ​ເພິ່ນ​ຄືກັນ. ເພິ່ນ​ຈຶ່ງ​ຟ້ອນ​ແລະ​ໂຮຮ້ອງ​ໄປ​ສຸດ​ທາງ​ຈົນເຖິງ​ບ້ານ​ນາໂຢດ​ໃນ​ຣາມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka