19 ຊົນຊາດອິດສະຣາເອນນັ້ນ ຈະຢຽບຢໍ່າເຫຼົ່າສັດຕູລົງ ແລະກວາດລ້າງພວກທີ່ຍັງເຫລືອ ຈົນຮອດຄົນສຸດທ້າຍ.”
ຢູດາ ຈະຖືຕາຕັ້ງອຳນາດແຫ່ງຣາຊາ ສືບຮອດຍາດວົງໃຫ້ເຊື້ອສາຍຄອງອຳນາດ ຈົນມີຫລາຍຊົນຊາດອາສາຫາຂອງຂວັນມາຖວາຍແດ່ ແລະກົ້ມຂາບລົງໄຫວ້ເຈົ້າຝູງຄົນເຝົ້າເຊື່ອຟັງ.
ເມື່ອວັນນັ້ນມາເຖິງ ກະສັດອົງໃໝ່ຈາກເຊື້ອວົງຂອງດາວິດ ຈະເປັນສັນຍາລັກຂອງຊົນຊາດທັງຫລາຍ. ພວກເຂົາຈະເຕົ້າໂຮມກັນຢູ່ໃນເມືອງຂອງກະສັດ ແລະຈະຍ້ອງຍໍໃຫ້ກຽດພຣະອົງ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເບັດເລເຮັມເອຟຣາທາເອີຍ ເຈົ້າເປັນເມືອງໜຶ່ງທີ່ນ້ອຍທີ່ສຸດ ໃນເມືອງທັງຫລາຍຂອງຢູດາຍ ແຕ່ເຮົາຈະໃຫ້ມີຜູ້ປົກຄອງຄົນໜຶ່ງ ອອກມາຈາກເຈົ້າສຳລັບຊາດອິດສະຣາເອນ ຊຶ່ງໜໍ່ແນວເຊື້ອສາຍສືບມາຈາກສະໄໝເດີມ.”
ເວລາຜູ້ນັ້ນມາ ເພິ່ນຈະປົກຄອງປະຊາຊົນຂອງເພິ່ນດ້ວຍກຳລັງ ຊຶ່ງມາຈາກພຣະເຈົ້າຢາເວ ແລະດ້ວຍສະຫງ່າຣາສີແຫ່ງພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຕົນ. ປະຊາຊົນຂອງພຣະອົງຈະຢູ່ຢ່າງປອດໄພ ເພາະປະຊາຊົນໝົດທັງໂລກຈະຮັບຮູ້ຄວາມຍິ່ງໃຫຍ່ຂອງເພິ່ນ
ເພິ່ນຈະຕີຊະນະ ເຫຼົ່າສັດຕູໃນເອໂດມ ແລະຢຶດເອົາທີ່ດິນຂອງເຂົາ ມາເປັນກຳມະສິດຂອງຕົນດ້ວຍ, ແຕ່ວ່າຊາດອິດສະຣາເອນນັ້ນ ຈະສືບຕໍ່ເຂັ້ມແຂງ ຈະສືບຕໍ່ມີໄຊ ຕໍ່ເຫຼົ່າສັດຕູໝູ່ມານຮ້າຍ.
ຕໍ່ມາ ໃນນິມິດນັ້ນບາລາອາມກໍເຫັນຊາວອາມາເຫຼັກ ແລ້ວເພິ່ນກໍທຳນວາຍດັ່ງນີ້: “ອາມາເຫຼັກແມ່ນຊົນຊາດ ທີ່ມີອຳນາດກວ່າທຸກຊາດອື່ນໃດ ແຕ່ໃນບັ້ນປາຍ ຈະຈິບຫາຍໄປຕະຫລອດ.”
ແລ້ວພວກເຫຼົ່ານີ້ຈະຖືກສົ່ງໄປສູ່ການລົງໂທດອັນຕະຫລອດໄປເປັນນິດ, ແຕ່ພວກຊອບທຳຈະເຂົ້າສູ່ຊີວິດນິຣັນດອນ.”
ພຣະເຢຊູເຈົ້າຈຶ່ງໄດ້ຫຍັບເຂົ້າມາໃກ້ ແລ້ວຊົງກ່າວກັບພວກເພິ່ນວ່າ, “ອຳນາດທັງໝົດໃນສະຫວັນ ແລະທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ.
ດັ່ງນັ້ນ ພຣະອົງຊົງກ່າວວ່າ, “ຍັງມີເຈົ້ານາຍຜູ້ໜຶ່ງ ກຳລັງຈະອອກໄປແດນໄກ ເພື່ອໄປຮັບເອົາຣາຊແຜ່ນດິນອັນໜຶ່ງ ແລ້ວຈຶ່ງຈະກັບຄືນມາ.
ຝ່າຍພວກສັດຕູຂອງເຮົາ ທີ່ບໍ່ຢາກໃຫ້ເຮົາປົກຄອງພວກເຂົານັ້ນ ຈົ່ງພາພວກເຂົາມາທີ່ນີ້ ແລະຂ້າພວກເຂົາເສຍຕໍ່ໜ້າເຮົາ.”’
ດ້ວຍວ່າ, ຈຳເປັນທີ່ພຣະຄຣິດຕ້ອງຂຶ້ນປົກຄອງໃນອານາຈັກຂອງພຣະອົງ ຈົນກວ່າພຣະເຈົ້າຊົງປາບສັດຕູທັງປວງ ໃຫ້ຢູ່ໃຕ້ພື້ນຕີນຂອງພຣະອົງ.
ແຕ່ສ່ວນພຣະບຸດນັ້ນ ພຣະເຈົ້າຊົງກ່າວວ່າ, “ຂ້າແດ່ພຣະເຈົ້າ ຣາຊບັນລັງຂອງພຣະອົງນັ້ນ ກໍຕັ້ງໝັ້ນຄົງຕະຫລອດໄປ ພຣະອົງຈະຊົງປົກຄອງອານາຈັກ ຂອງພຣະອົງ ດ້ວຍຄວາມຍຸດຕິທຳ.
ຜູ້ໄດ້ສະເດັດເຂົ້າໃນສະຫວັນ ແລະຊົງສະຖິດຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ ໂດຍມີຝູງເທວະດາແລະບັນດາຜູ້ມີອຳນາດ ແລະຣິດເດດຖືກຊົງມອບໄວ້ ໃຫ້ຢູ່ໃຕ້ອຳນາດຂອງພຣະອົງແລ້ວ.
ຕາມເສື້ອຄຸມແລະຕາມກົກຂາຂອງພຣະອົງ ໄດ້ມີຊື່ຂຽນໄວ້ວ່າ, “ຈອມກະສັດ.” ແລະ “ຈອມເຈົ້ານາຍ.”