Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 24:18 - ພຣະຄຳພີສັກສິ

18 ເພິ່ນ​ຈະ​ຕີ​ຊະນະ ເຫຼົ່າ​ສັດຕູ​ໃນ​ເອໂດມ ແລະ​ຢຶດເອົາ​ທີ່ດິນ​ຂອງ​ເຂົາ ມາ​ເປັນ​ກຳມະສິດ​ຂອງຕົນ​ດ້ວຍ, ແຕ່​ວ່າ​ຊາດ​ອິດສະຣາເອນ​ນັ້ນ ຈະ​ສືບຕໍ່​ເຂັ້ມແຂງ ຈະ​ສືບຕໍ່​ມີໄຊ ຕໍ່​ເຫຼົ່າ​ສັດຕູ​ໝູ່​ມານຮ້າຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 24:18
15 Jak'a apnaqawi uñst'ayäwi  

ແລ້ວ​ຫລາຍໆ​ຊົນຊາດ ຈະ​ຄຳນັບ​ຮັບ​ຄຳ​ບັນຊາ; ພ້ອມ​ພາກັນ​ຕັ້ງໜ້າ ມາ​ຂາບລົງ​ຮັບໃຊ້​ເຈົ້າ. ຈົ່ງ​ປົກຄອງ​ພວກເຂົາ​ໃຫ້​ໄດ້​ດັ່ງ​ປົກຄອງ​ນ້ອງພີ່ ເຊັ່ນ​ພີ່ນ້ອງ​ແມ່​ເຈົ້າ ຈຸ້ມເຈື້ອ​ເຫຼົ່າ​ລູກຫລານ ພວກເຂົາ​ຈະ​ພາກັນ​ມາ​ກົ້ມຂາບ ກົ້ມຄານ​ຢ້ານກົວ​ຍິ່ງ ຈິງໃຈ​ຄຳນັບ​ເຈົ້າ​ສະເໝີ​ດ້າມ ເຈົ້າພະຍາ​ແທ້​ໃດ ບັດນີ້ ພວກ​ເຜົ່າໃດ​ປ້ອຍດ່າ​ເຈົ້າ ພວກເຂົາ​ຈະ​ຖືກ​ປ້ອຍດ່າ​ກັບຄືນ ພວກ​ເຜົ່າໃດ​ອວຍພອນ​ເຈົ້າ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ພຣະພອນ​ນັ້ນ​ເໝືອນກັນ.”


ຊີວິດ​ຂອງ​ເຈົ້າ​ນັ້ນ​ຈະ​ໃຊ້​ດາບ ຮັບໃຊ້​ນ້ອງຊາຍ​ຕົນ; ແຕ່​ໃນ​ທີ່ສຸດ​ເຈົ້າ​ຈະ​ປົດປ່ອຍ​ຕົນເອງ ເປັນ​ອິດສະຫລະ​ຈາກ​ເຂົາ​ໄດ້.”


ຢາໂຄບ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ບອກ​ເອຊາວ​ອ້າຍ​ຂອງຕົນ ທີ່​ເມືອງ​ເສອີ​ໃນ​ດິນແດນ​ເອໂດມ.


ເພິ່ນ​ໄດ້​ຕັ້ງ​ຄ້າຍ​ທະຫານ​ຕ່າງໆ ໄວ້​ຢູ່​ທົ່ວ​ເຂດແດນ​ຂອງ​ເອໂດມ ແລະ​ປະຊາຊົນ​ຕາມ​ບ່ອນ​ເຫຼົ່ານີ້​ກໍ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ເຮັດ​ໃຫ້​ຮາດາດ ຄົນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ກະສັດ​ແຫ່ງ​ເອໂດມ ເປັນ​ສັດຕູ​ຕໍ່​ກະສັດ​ໂຊໂລໂມນ.


ດົນນານ​ມາ​ແລ້ວ​ກ່ອນ​ເຫດການ​ນີ້ ເມື່ອ​ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ເອໂດມ ໂຢອາບ​ຜູ້​ບັນຊາການ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ເມືອງ​ນັ້ນ​ເພື່ອ​ຝັງສົບ​ຄົນ​ຕາຍ. ລາວ​ກັບ​ພວກ​ທະຫານ​ຂອງ​ລາວ​ໄດ້​ຄ້າງ​ຢູ່​ໃນ​ເອໂດມ​ເປັນ​ເວລາ​ຫົກ​ເດືອນ ໃນ​ຂະນະທີ່​ພວກເຂົາ​ຢູ່​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ຂ້າ​ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ເອໂດມ


ຂ້າແດ່​ພຣະເຈົ້າ ພຣະອົງ​ປະຕິເສດ​ພວກ​ຂ້ານ້ອຍ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ພ່າຍແພ້ ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ ບັດນີ້​ໂຜດ​ເຊົາ​ແລະ​ຄືນ​ມາ​ຫາ​ພວກ​ຂ້ານ້ອຍ​ເຖີດ.


ພຣະເຈົ້າຢາເວ​ໄດ້​ຈັດຕຽມ​ດາບ​ຂອງ​ພຣະອົງ​ໄວ້​ໃນ​ຟ້າ​ສະຫວັນ; ບັດນີ້ ພຣະອົງ​ຈະ​ໃຊ້​ດາບ​ນັ້ນ​ຟັນ​ເມືອງ​ເອໂດມ ຄື​ຟັນ​ປະຊາຊົນ​ເຫຼົ່ານັ້ນ​ທີ່​ພຣະອົງ​ລົງໂທດ​ໄປ​ສູ່​ຄວາມ​ຈິບຫາຍ.


ແມ່ນ​ຜູ້ໃດ​ນໍ ທີ່​ກຳລັງ​ມາ​ຈາກ​ເມືອງ​ໂບຊະຣາ​ໃນ​ເອໂດມ? ແມ່ນ​ຜູ້ໃດ​ນໍ​ທີ່​ນຸ່ງ​ເຄື່ອງ​ສີແດງ​ສະຫງ່າງາມ ໂດຍ​ຍ່າງ ດ້ວຍ​ທ່າທາງ​ທີ່​ຊົງ​ຣິດອຳນາດ​ແລະ​ຊົງ​ກຳລັງ​ວັງຊາ? “ນີ້​ແມ່ນ​ເຮົາເອງ ກຳລັງ​ຮ້ອງ​ປະກາດ​ດ້ວຍ​ຄວາມຊອບທຳ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຊ່ວຍ​ໃຫ້​ພົ້ນໄດ້.”


“ວັນ​ໜຶ່ງ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ສ້າງ​ຫໍເຕັນ​ຂອງ​ດາວິດ​ຂຶ້ນ​ໃໝ່ ຄື​ເປັນ​ດັ່ງ​ເຮືອນ​ຫລັງ​ໜຶ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ. ເຮົາ​ຈະ​ສ້ອມແປງ​ກຳແພງ​ອີກ​ໃໝ່ ໃຫ້​ເປັນ​ດັ່ງ​ທີ່​ເຄີຍ​ເປັນ​ມາ​ແຕ່​ດົນນານ​ແລ້ວ.


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ຈະ​ໄດ້​ຢຶດຄອງ​ອີກເທື່ອໜຶ່ງ ພວກ​ທີ່​ຍັງເຫລືອ​ຢູ່​ໃນ​ເອໂດມ ແລະ​ຊົນຊາດ​ອື່ນໆ​ທີ່​ເປັນ​ຝ່າຍ​ເຮົາ​ມາ​ກ່ອນ.” ພຣະເຈົ້າຢາເວ​ຜູ້​ເຮັດ​ໃຫ້​ສິ່ງ​ນີ້​ບັງເກີດ​ຂຶ້ນ​ກ່າວ​ດັ່ງນີ້ແຫລະ.


“ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ອ່ອນ​ກຳລັງ ທຸກໆ​ຄົນ​ຈະ​ດູໝິ່ນ​ປະໝາດ​ເຈົ້າ.


ແຕ່​ຊາວ​ເອໂດມ​ໄດ້​ຕອບ​ວ່າ, “ພວກເຮົາ​ບໍ່​ຍອມ​ໃຫ້​ພວກເຈົ້າ​ຜ່ານ​ດິນແດນ​ຂອງ​ພວກເຮົາ​ໄປ ຖ້າ​ພວກເຈົ້າ​ຫາກ​ຂືນ​ເຂົ້າ​ມາ ພວກເຮົາ​ຈະ​ຍົກ​ກຳລັງ​ອອກ​ໄປ​ໂຈມຕີ​ພວກເຈົ້າ.”


ຊົນຊາດ​ອິດສະຣາເອນ​ນັ້ນ ຈະ​ຢຽບຢໍ່າ​ເຫຼົ່າ​ສັດຕູ​ລົງ ແລະ​ກວາດລ້າງ​ພວກ​ທີ່​ຍັງເຫລືອ ຈົນ​ຮອດ​ຄົນ​ສຸດທ້າຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka