Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 24:16 - ພຣະຄຳພີສັກສິ

16 ຜູ້​ໄດ້ຍິນ​ສິ່ງ​ທີ່​ພຣະເຈົ້າ ກຳລັງ​ກ່າວ​ຈາ ແລະ​ໄດ້​ຮັບ​ສະຕິປັນຍາ ມາ​ຈາກ​ຜູ້​ສູງສຸດ​ພຸ້ນ. ຄື​ເຫັນ​ນິມິດ​ລົງ​ມາ ຈາກ​ພຣະເຈົ້າ​ອົງ​ມີ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,

Uka jalj uñjjattʼäta Copia luraña




ຈົດບັນຊີ 24:16
9 Jak'a apnaqawi uñst'ayäwi  

ແລ້ວ​ເຈົ້າ​ເມຄີເຊເດັກ​ຜູ້​ທີ່​ເປັນ​ກະສັດ​ແຫ່ງ​ນະຄອນ​ຊາເລັມ ທັງ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ກໍ​ເອົາ​ເຂົ້າຈີ່​ກັບ​ເຫຼົ້າ​ອະງຸ່ນ​ໃຫ້​ອັບຣາມ ແລະ​ອວຍພອນ​ເພິ່ນ


ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.


ແລ້ວ​ບາລາອາມ​ກໍ​ທຳນວາຍ​ໄວ້​ດັ່ງນີ້: “ນີ້​ແມ່ນ​ຖ້ອຍຄຳ​ຂອງ​ບາລາອາມ ລູກຊາຍ​ເບອໍ ເປັນ​ຖ້ອຍຄຳ​ຂອງ​ຄົນ ທີ່​ສາມາດ​ເຫັນ​ໄດ້​ຢ່າງ​ຈະແຈ້ງ.


ຂ້າພະເຈົ້າ​ແນມ​ເບິ່ງ ໄປ​ໃນ​ຄັ້ງໜ້າ​ຄັ້ງໃນ ແລະ​ຂ້າພະເຈົ້າ​ໄດ້​ເຫັນ ຊົນຊາດ​ອິດສະຣາເອນ​ນີ້. ມີ​ກະສັດ​ອົງ​ໜຶ່ງ​ຈະ​ເກີດຂຶ້ນ ດັ່ງ​ດວງ​ແຈ້ງ​ໃນ​ຊົນຊາດ​ຂອງ​ພວກເຂົາ ເໝືອນ​ດາວ​ຫາງ​ອັນ​ຊົງຣິດ ທີ່​ມາ​ຈາກ​ຊາດ​ອິດສະຣາເອນ​ນັ້ນ ເພິ່ນ​ຈະ​ເຂັ່ນຂ້າ​ເປັນ​ໝູ່ ຜູ້ນຳ​ຂອງ​ໂມອາບ​ທັງຫລາຍ ຜູ້​ທີ່​ໂຫດຮ້າຍ​ແລະ​ຈອງຫອງ. ເພິ່ນ​ຈະ​ປາບ​ພວກເຂົາ​ໝົດ​ທຸກຄົນ​ຖິ້ມ.


ແລ້ວ​ລາວ​ກໍ​ກ່າວ​ຄຳທຳນວາຍ​ດັ່ງນີ້: “ນີ້​ແມ່ນ​ຖ້ອຍຄຳ​ຂອງ​ບາລາອາມ ລູກຊາຍ​ເບອໍ ເປັນ​ຖ້ອຍຄຳ​ຂອງ​ຄົນ ທີ່​ສາມາດ​ເຫັນ​ໄດ້​ຢ່າງ​ຈະແຈ້ງ.


ຜູ້​ທີ່ໄດ້ຍິນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະເຈົ້າ. ຄື​ຜູ້​ທີ່​ເຫັນ​ນິມິດ​ຈາກ​ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,


ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້​ ແລະ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ​ທັງປວງ ແລະ​ມີ​ຄວາມຮູ້​ທັງ​ສິ້ນ ແລະ​ມີ​ຄວາມເຊື່ອ​ຢ່າງ​ຄົບຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນທີ່​ໄປ​ໄດ້, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ບໍ່ມີ​ຄ່າ​ອັນ​ໃດ.


ເລື່ອງ​ອາຫານ​ທີ່​ມາ​ຈາກ​ການ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພວກເຮົາ​ທຸກຄົນ​ຕ່າງ​ກໍ​ມີ​ຄວາມ​ຮູ້.” ຄວາມ​ຮູ້​ເຮັດ​ໃຫ້​ເຮົາ​ອວດຕົວ ແຕ່​ຄວາມຮັກ​ເຮັດ​ໃຫ້​ຈະເລີນ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka