Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 24:11 - ພຣະຄຳພີສັກສິ

11 ບັດນີ້ ກັບ​ເມືອ​ເຮືອນ​ສາ ເຮົາ​ສັນຍາ​ວ່າ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ ແຕ່​ພຣະເຈົ້າຢາເວ​ບໍ່​ເຫັນດີ​ໃຫ້​ເຈົ້າ​ຮັບ​ບຳເໜັດ​ນັ້ນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 24:11
10 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ທ່ານ​ຢ່າງ​ຫລວງຫລາຍ ແລະ​ຈະ​ເຮັດ​ສິ່ງໃດໆ​ກໍໄດ້​ຕາມ​ທີ່​ທ່ານ​ກ່າວ. ກະລຸນາ​ມາ​ສາບແຊ່ງ​ພວກ​ເຫຼົ່ານີ້​ໃຫ້​ເຮົາ​ແດ່ທ້ອນ.”


ເຈົ້າ​ບາຫລາກ​ໄດ້​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ມາ ເມື່ອ​ເຮົາ​ໃຊ້​ຄົນ​ໄປ​ເຊີນ​ເຈົ້າ​ເທື່ອ​ທຳອິດ? ເຈົ້າ​ຄິດ​ວ່າ, ເຮົາ​ບໍ່​ສາມາດ​ໃຫ້​ຂອງ​ບັນນາການ​ແກ່​ເຈົ້າ​ພຽງພໍ​ຊັ້ນບໍ?”


ເຈົ້າ​ບາຫລາກ​ລຸກ​ຂຶ້ນ​ຢືນ​ກຳ​ກຳປັ້ນ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເຮົາ​ໄດ້​ເຊີນ​ເຈົ້າ​ມາ​ນີ້ ເພື່ອ​ໃຫ້​ສາບແຊ່ງ​ສັດຕູ​ຂອງເຮົາ ແຕ່​ເຈົ້າ​ກັບ​ອວຍພອນ​ພວກເຂົາ​ເຖິງ​ສາມ​ເທື່ອ.


ແລ້ວ​ບາລາອາມ​ກໍ​ຕອບ​ເຈົ້າ​ບາຫລາກ​ວ່າ, “ຂ້າພະເຈົ້າ​ບອກ​ຄະນະທູດ​ທີ່​ທ່ານ​ໄດ້​ສົ່ງ​ໄປ​ຫາ​ຂ້າພະເຈົ້າ​ແລ້ວ​ວ່າ


ແຕ່​ເປໂຕ​ຕອບ​ລາວ​ວ່າ, “ຈົ່ງ​ໃຫ້​ເງິນ​ຂອງ​ເຈົ້າ​ຈິບຫາຍ​ໄປ​ກັບ​ເຈົ້າ​ສາ ເພາະ​ເຈົ້າ​ຄິດ​ວ່າ​ຈະ​ຊື້​ຂອງ​ປະທານ​ຈາກ​ພຣະເຈົ້າ​ດ້ວຍ​ເງິນ


ທີ່​ຈິງ ເຮົາ​ຖື​ວ່າ​ສິ່ງສາລະພັດ​ເປັນ​ຂອງ​ໄຮ້​ປະໂຫຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນຄ່າ​ຫລາຍ​ເຫລືອລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ ເພາະ​ເຫດ​ພຣະອົງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ສິ່ງສາລະພັດ ແລະ​ຖື​ວ່າ​ສິ່ງ​ເຫຼົ່ານັ້ນ​ເປັນ​ເໝືອນ​ຂີ້ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະຄຣິດ​ມາ​ເປັນ​ປະໂຫຍດ​ແກ່​ເຮົາ


ເຫດສະນັ້ນ ພວກເຈົ້າ​ຈົ່ງ​ລະວັງຕົວ​ໃຫ້​ດີ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ເສຍ​ປະໂຫຍດ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ ແຕ່​ຈະ​ໄດ້​ຮັບ​ບຳເໜັດ​ເຕັມ​ສ່ວນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka