Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 24:1 - ພຣະຄຳພີສັກສິ

1 ໃນ​ເທື່ອ​ນີ້ ບາລາອາມ​ຮູ້​ວ່າ​ພຣະເຈົ້າຢາເວ​ຢາກ​ໃຫ້​ຕົນ​ອວຍພອນ​ປະຊາຊົນ​ອິດສະຣາເອນ; ສະນັ້ນ ລາວ​ຈຶ່ງ​ບໍ່ໄດ້​ໄປ​ເບິ່ງໂຊກ​ເບິ່ງລາງ​ຕາມ​ທີ່​ຕົນ​ໄດ້​ກະທຳ​ມາ. ລາວ​ໄດ້​ອ່ວາຍ​ໜ້າ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ

Uka jalj uñjjattʼäta Copia luraña




ຈົດບັນຊີ 24:1
13 Jak'a apnaqawi uñst'ayäwi  

ເມື່ອ​ເຊົ້າ​ມື້​ໃໝ່​ມາ ບາລາອາມ​ຈຶ່ງ​ໄປ​ຫາ​ຄະນະທູດ​ຂອງ​ເຈົ້າ​ບາຫລາກ ແລະ​ເວົ້າ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສາ ເພາະ​ພຣະເຈົ້າຢາເວ​ບໍ່​ໃຫ້​ຂ້ອຍ​ໄປ​ກັບ​ພວກເຈົ້າ.”


ດັ່ງນັ້ນ ບັນດາ​ຜູ້ນຳ​ຂອງ​ຊາວ​ໂມອາບ​ແລະ​ຂອງ​ຊາວ​ມີດີອານ ຈຶ່ງ​ອອກ​ເດີນທາງ​ໄປ​ຫາ​ບາລາອາມ ພ້ອມ​ທັງ​ນຳ​ເງິນ​ຄ່າ​ພິທີ​ສາບແຊ່ງ​ໄປ​ນຳ​ດ້ວຍ ແລະ​ບອກ​ຄຳເວົ້າ​ຂອງ​ເຈົ້າ​ບາຫລາກ​ໃຫ້​ແກ່​ເພິ່ນ.


ບາລາອາມ​ໄດ້​ກ່າວ​ຕໍ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ຂອງທ່ານ​ນີ້ ສ່ວນ​ຂ້າພະເຈົ້າ​ນັ້ນ​ຈະ​ໄປ​ພົບ​ພຣະອົງ​ຢູ່​ທີ່​ອື່ນ.”


ພຣະອົງ​ແນະນຳ​ຂ້າພະເຈົ້າ ໃຫ້​ກ່າວ​ຄຳອວຍພອນ ແລະ​ເມື່ອ​ພຣະເຈົ້າ​ອວຍພອນ ຂ້າພະເຈົ້າ​ບໍ່​ຫ່ອນ​ຈະ​ຢັບຢັ້ງ​ໄດ້.


ບໍ່ມີ​ເວດມົນ​ຄາຖາ​ໃດ​ດອກ ແລະ​ບໍ່ມີ​ວິຊາ​ອາຄົມ​ໃດ​ເລີຍ ຊຶ່ງ​ຈະ​ນຳ​ມາ​ໃຊ້​ຕໍ່ສູ້​ກັບ ຊົນຊາດ​ອິດສະຣາເອນ​ໄດ້. ບັດນີ້ ປະຊາຊົນ​ທັງຫລາຍ​ຈະ​ເວົ້າ ເຖິງ​ຊາດ​ອິດສະຣາເອນ ວ່າ ເບິ່ງແມ! ສິ່ງ​ທີ່​ພຣະເຈົ້າ​ກຳລັງ ໄດ້​ເຮັດ​ສຳລັບ​ພວກເຂົາ


ສະນັ້ນ ເພິ່ນ​ຈຶ່ງ​ພາ​ບາລາອາມ​ໄປ​ເທິງ​ພູ​ເປອໍ ບ່ອນ​ທີ່​ສາມາດ​ແນມ​ເຫັນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ແລ້ວ​ບາລາອາມ​ກໍໄດ້​ກ່າວ​ຕໍ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ຂອງທ່ານ​ນີ້ ສ່ວນ​ຂ້າພະເຈົ້າ​ນັ້ນ​ຈະ​ໄປ​ເບິ່ງ​ວ່າ ພຣະເຈົ້າຢາເວ​ຈະ​ໃຫ້​ຂ້າພະເຈົ້າ​ພົບ​ພຣະອົງ​ຫລື​ບໍ່? ແລ້ວ​ຂ້າພະເຈົ້າ​ກໍ​ຈະ​ກັບ​ມາ​ບອກ​ທ່ານ​ວ່າ ພຣະອົງ​ໄດ້​ກ່າວ​ຫຍັງ​ແດ່.” ສະນັ້ນ ບາລາອາມ​ຈຶ່ງ​ໄປ​ທີ່​ຈອມ​ພູ​ແຕ່​ຜູ້​ດຽວ


ເຈົ້າ​ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ບອກ ແລະ​ເພິ່ນ​ໄດ້​ຖວາຍ​ງົວເຖິກ ແລະ​ແກະເຖິກ ແນວລະ​ໂຕ​ໄວ້​ໃນ​ແຕ່ລະ​ແທ່ນ.


ບໍ່​ຈື່​ບໍ​ວ່າ​ແມ່ນ​ຍິງ​ມີດີອານ​ທີ່​ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງ​ບາລາອາມ ແລະ​ທີ່​ເປອໍ ໄດ້​ນຳພາ​ປະຊາຊົນ​ບໍ່​ໃຫ້​ສັດຊື່​ຕໍ່​ພຣະເຈົ້າຢາເວ. ເຫດ​ການ​ນັ້ນ​ເປັນ​ເຫດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຕ້ອງ​ລົ້ມ​ຕາຍ​ດ້ວຍ​ໂຣກ​ລະບາດ.


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ບາງ​ຂໍ້​ດັ່ງນີ້ ຄື​ທີ່​ນັ້ນ​ມີ​ບາງຄົນ​ໃນ​ພວກເຈົ້າ ຢຶດຖື​ຄຳສອນ​ຂອງ​ບາລາອາມ ຜູ້​ທີ່​ໄດ້​ສອນ​ບາຫລາກ ເຖິງ​ວິທີ​ນຳພາ​ຊົນຊາດ​ອິດສະຣາເອນ​ໃຫ້​ເຮັດ​ບາບ ໂດຍ​ຊັກຊວນ​ພວກເຂົາ​ໃຫ້​ກິນ​ອາຫານ ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ ແລະ​ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ.


ບັດນີ້ ຂ້ອຍ​ຮູ້​ຢ່າງ​ຄັກແນ່​ແລ້ວ​ວ່າ ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ອານາຈັກ​ຈະ​ຄົງ​ຢູ່​ສືບ​ຕໍ່ໄປ​ພາຍໃຕ້​ການ​ປົກຄອງ​ຂອງ​ເຈົ້າ.


ໃນທັນໃດ ກະສັດ​ໂຊນ​ໄດ້​ອອກ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີເຟ. ເພິ່ນ​ໄດ້​ຄັດເລືອກ​ເອົາ​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ​ໃນ​ຊາດ​ອິດສະຣາເອນ​ໄປ​ນຳ​ສາມພັນ​ຄົນ ເພື່ອ​ຊອກ​ຫາ​ດາວິດ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ


ກະສັດ​ໂຊນ​ກ່າວ​ແກ່​ດາວິດ​ວ່າ, “ລູກຊາຍ​ຂອງ​ພໍ່​ເອີຍ ຂໍ​ໃຫ້​ພຣະເຈົ້າ​ອວຍພອນ​ເຈົ້າ​ເຖີດ ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ.” ແລ້ວ​ດາວິດ​ກໍ​ຈາກ​ໄປ​ຕາມ​ທາງ​ຂອງຕົນ ສ່ວນ​ກະສັດ​ໂຊນ​ກໍ​ກັບເມືອ​ວັງ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka