Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 23:9 - ພຣະຄຳພີສັກສິ

9 ຈາກ​ເທິງ​ໂງ່ນ​ພູ​ສູງ​ນັ້ນ ຂ້າພະເຈົ້າ​ສາມາດ​ຫລຽວ​ເຫັນ​ພວກເຂົາ ທັງ​ສາມາດ​ເຝົ້າ​ເບິ່ງ​ພວກເຂົາ ຈາກ​ເທິງ​ເນີນພູ​ສູງ​ໄດ້. ພວກເຂົາ​ແມ່ນ​ຊົນຊາດ​ເຊື້ອ ທີ່​ຢູ່​ໂດດດ່ຽວ​ຕາມ​ລຳພັງ ທັງ​ຮູ້​ວ່າ​ຈະ​ໄດ້​ຮັບ​ພຣະພອນ ຫລາຍກວ່າ​ຊົນຊາດ​ອື່ນໆ.

Uka jalj uñjjattʼäta Copia luraña




ຈົດບັນຊີ 23:9
15 Jak'a apnaqawi uñst'ayäwi  

ຜູ້ຊາຍ​ຊາວຢິວ​ໄດ້​ແຕ່ງງານ​ກັບ​ພວກຜູ້ຍິງ​ຕ່າງຊາດ; ດັ່ງນັ້ນ ປະຊາຊົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ຈຶ່ງ​ກາຍເປັນ​ປະຊາຊົນ​ຜູ້​ບໍ່​ບໍຣິສຸດ. ບັນດາ​ຜູ້ນຳ ແລະ​ບັນດາ​ຂ້າຣາຊການ​ໄດ້​ເປັນ​ຕົວການ​ໃນ​ເລື່ອງນີ້.”


ຮາມານ​ຈຶ່ງ​ບອກ​ກະສັດ​ເຊເຊັດ​ວ່າ, “ຍັງ​ມີ​ຄົນ​ຊາດ​ໜຶ່ງ​ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໄປ ຕາມ​ທຸກ​ແຂວງ​ໃນ​ອານາຈັກ​ຂອງທ່ານ. ພວກເຂົາ​ຢຶດຖື​ປະເພນີ​ທີ່​ບໍ່​ຄື​ກັບ​ຄົນອື່ນໆ. ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ກົດໝາຍ​ຂອງ​ອານາຈັກ; ດັ່ງນັ້ນ ຈຶ່ງ​ບໍ່​ເປັນ​ຜົນ​ດີ​ທີ່​ທ່ານ​ຕ້ອງ​ອົດທົນ​ກັບ​ຄົນ​ເຫຼົ່ານີ້.


ໃຜ​ຈະ​ຮູ້​ວ່າ​ພຣະອົງ​ພໍໃຈ​ນຳ​ປະຊາຊົນ​ຂອງ​ພຣະອົງ ແລະ​ພໍໃຈ​ນຳ​ຂ້ານ້ອຍ​ໄດ້​ຢ່າງ​ໃດ ຖ້າ​ພຣະອົງ​ບໍ່​ນຳພາ​ຂ້ານ້ອຍ​ໄປ? ການ​ທີ່​ພຣະອົງ​ນຳພາ​ພວກ​ຂ້ານ້ອຍ​ໄປ​ນັ້ນ ຈະ​ສຳແດງ​ໃຫ້​ປະຊາຊົນ​ອື່ນໆ​ໃນ​ໂລກ​ເຫັນ​ວ່າ ພວກ​ຂ້ານ້ອຍ​ທັງຫລາຍ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ແທ້.”


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ເພາະ​ເຮົາ​ສະຖິດ​ຢູ່​ກັບ​ເຈົ້າ ເຮົາ​ຈະ​ທຳລາຍ​ຊົນຊາດ​ທັງຫລາຍ​ໃຫ້​ດັບກ້ຽງ ຄື​ບ່ອນ​ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ຢູ່​ອາໄສ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ທັງໝົດ​ດອກ. ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ລ້າໆ​ກໍ​ບໍ່​ຫ່ອນ​ເປັນ ໂດຍ​ບໍ່ໄດ້​ຮັບ​ໂທດກຳ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ. ແຕ່​ເມື່ອ​ລົງໂທດ​ພວກເຈົ້າ ເຮົາ​ຈະ​ເຮັດ​ຢ່າງ​ຍຸດຕິທຳ.”


‘ຮີບມາ ພວກເຮົາ​ຈະ​ໂຈມຕີ​ຄົນ​ເຫຼົ່ານັ້ນ​ທີ່​ຄິດວ່າ ຕົນ​ປອດໄພ​ແລະ​ໝັ້ນຄົງ ເມືອງ​ຂອງ​ພວກເຂົາ​ບໍ່ມີ​ປະຕູ​ຫລື​ມີໄລ ທັງ​ເປັນ​ເມືອງ​ທີ່​ບໍ່ມີ​ໜ່ວຍ​ປ້ອງກັນ​ຊໍ້າ.”’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ອອກ​ຄຳສັ່ງ ແລະ​ຈະ​ຝັດຮ່ອນ​ພວກ​ອິດສະຣາເອນ ດັ່ງ​ຝັດຮ່ອນ​ເຂົ້າ​ຢູ່​ໃນ​ກະດົ້ງ. ເຮົາ​ຈະ​ຝັດຮ່ອນ​ພວກເຂົາ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ເພື່ອ​ເອົາ​ຜູ້​ທີ່​ບໍ່ມີ​ຄຸນຄ່າ​ທຸກຄົນ​ອອກ​ໄປ.


ໂຜດ​ໃຊ້​ຄ້ອນເທົ້າ​ຂອງ​ພຣະອົງ​ລ້ຽງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເຖີດ ຄື​ປະຊາຊົນ​ທີ່​ເປັນ​ຂອງ​ພຣະອົງ​ພວກດຽວ​ໃນ​ປ່າ. ໃນ​ອ້ອມແອ້ມ​ພວກເຂົາ​ນັ້ນ​ມີ​ດິນ​ດີ. ໂຜດ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ລ້ຽງ​ພວກເຂົາ​ໃນ​ທົ່ງຫຍ້າ​ຂອງ​ເມືອງ​ບາຊານ ແລະ​ກີເລອາດ ດັ່ງ​ໃນ​ຄາວກ່ອນ​ແຕ່​ດົນນານ​ມາ​ແລ້ວ.


ດ້ວຍເຫດນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ແຍກ​ຕົວ​ອອກ​ຈາກ​ທ່າມກາງ​ພວກເຂົາ ແລະ​ຈົ່ງ​ຕັ້ງ​ຢູ່​ຕ່າງຫາກ ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ເຮົາ​ຈຶ່ງ​ຈະ​ຮັບ​ເອົາ​ພວກເຈົ້າ​ໄວ້.


ອົງ​ພຣະຜູ້​ສູງສຸດ​ໄດ້​ໃຫ້​ ຊາດ​ຕ່າງໆ​ມີ​ດິນແດນ​ຂອງຕົນ; ພຣະອົງ​ໄດ້​ກຳນົດ​ບ່ອນ​ໃຫ້​ລູກຫລານ​ຂອງ​ອິດສະຣາເອນ ເປັນ​ບ່ອນ​ທີ່​ພວກເຂົາ​ຈະ​ອາໄສ​ຢູ່ນັ້ນ.


ສະນັ້ນ ເຊື້ອສາຍ​ຂອງ​ຢາໂຄບ​ຈຶ່ງ​ຈະ​ຢູ່​ຢ່າງ​ສັນຕິ ປອດໄພ​ໃນ​ດິນແດນ​ມີ​ເຂົ້າ​ເຫຼົ້າ​ອະງຸ່ນ​ຢ່າງ​ເຕັມ​ລົ້ນ; ມີ​ທັງ​ນໍ້າ​ໝອກ​ຄ້າງ​ຈາກ​ຟ້າ​ສະຫວັນ​ຫລັ່ງ​ລິນ​ລົງ​ມາ ຊ່ວຍ​ຊຸບລ້ຽງ​ພື້ນດິນ​ໃຫ້​ຊຸ່ມຊື່ນ​ຢູ່​ຕະຫລອດ.


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka