Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 23:8 - ພຣະຄຳພີສັກສິ

8 ເຮົາ​ຈະ​ສາບແຊ່ງ​ຄົນ​ທີ່​ພຣະເຈົ້າ ບໍ່​ສາບແຊ່ງ​ໄດ້​ຢ່າງ​ໃດ? ຫລື​ປະນາມ​ຄົນ​ທີ່​ພຣະເຈົ້າຢາເວ ບໍ່ໄດ້​ປະນາມ​ກໍ​ບໍ່​ຫ່ອນ​ໄດ້.

Uka jalj uñjjattʼäta Copia luraña




ຈົດບັນຊີ 23:8
8 Jak'a apnaqawi uñst'ayäwi  

ຄຳ​ປ້ອຍດ່າ​ອາດ​ທຳຮ້າຍ​ຄົນ ເວັ້ນເສຍ​ແຕ່​ຕົນ​ສົມຄວນ​ໄດ້​ຮັບ. ມັນ​ເປັນ​ດັ່ງ​ນົກ​ທີ່​ບິນ​ເວີ່ນ​ໄປມາ​ໂດຍ​ຫາ​ບ່ອນງອຍ​ບໍ່ໄດ້.


ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.


ພຣະເຈົ້າ​ໄດ້​ບອກ​ບາລາອາມ​ວ່າ, “ຢ່າ​ໄປ​ກັບ​ຄົນ​ເຫຼົ່ານີ້ ແລະ​ຢ່າ​ສາບແຊ່ງ​ປະຊາຊົນ​ອິດສະຣາເອນ ເພາະ​ແມ່ນ​ເຮົາເອງ​ທີ່​ອວຍພອນ​ພວກເຂົາ.”


ພວກເຂົາ​ມີ​ຈຳນວນ​ຫລາຍກວ່າ​ພວກເຮົາ, ສະນັ້ນ ຂໍ​ໃຫ້​ທ່ານ​ມາ​ສາບແຊ່ງ​ພວກເຂົາ​ໃຫ້​ພວກເຮົາ​ດ້ວຍ. ບາງທີ​ພວກເຮົາ​ອາດ​ຈະ​ຊະນະ ແລະ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພວກເຮົາ​ກໍໄດ້. ເຮົາ​ຮູ້​ວ່າ​ເມື່ອໃດ​ທີ່​ທ່ານ​ກ່າວ​ຄຳອວຍພອນ ປະຊາຊົນ​ຈະ​ໄດ້​ຮັບ​ຄຳອວຍພອນ ແລະ​ເມື່ອໃດ​ທີ່​ທ່ານ​ກ່າວ​ຄຳສາບແຊ່ງ ພວກເຂົາ​ຈະ​ໄດ້​ຮັບ​ຄຳສາບແຊ່ງ.”


ພຣະອົງ​ແນະນຳ​ຂ້າພະເຈົ້າ ໃຫ້​ກ່າວ​ຄຳອວຍພອນ ແລະ​ເມື່ອ​ພຣະເຈົ້າ​ອວຍພອນ ຂ້າພະເຈົ້າ​ບໍ່​ຫ່ອນ​ຈະ​ຢັບຢັ້ງ​ໄດ້.


ບໍ່ມີ​ເວດມົນ​ຄາຖາ​ໃດ​ດອກ ແລະ​ບໍ່ມີ​ວິຊາ​ອາຄົມ​ໃດ​ເລີຍ ຊຶ່ງ​ຈະ​ນຳ​ມາ​ໃຊ້​ຕໍ່ສູ້​ກັບ ຊົນຊາດ​ອິດສະຣາເອນ​ໄດ້. ບັດນີ້ ປະຊາຊົນ​ທັງຫລາຍ​ຈະ​ເວົ້າ ເຖິງ​ຊາດ​ອິດສະຣາເອນ ວ່າ ເບິ່ງແມ! ສິ່ງ​ທີ່​ພຣະເຈົ້າ​ກຳລັງ ໄດ້​ເຮັດ​ສຳລັບ​ພວກເຂົາ


ບາລາອາມ​ໄດ້​ກ່າວ​ຄຳທຳນວາຍ​ດັ່ງນີ້: “ກະສັດ​ບາຫລາກ​ແຫ່ງ​ໂມອາບ ໄດ້​ນຳ​ຂ້າພະເຈົ້າ​ມາ; ຈາກ​ປະເທດ​ຊີເຣຍ ຄື​ຈາກ​ພູດອຍ​ທາງ​ທິດ​ຕາເວັນອອກ. ເພິ່ນ​ກ່າວ​ວ່າ, ຮີບ​ມາ​ເວົ້າ ສຳລັບ​ເຮົາ​ໃຫ້​ແດ່ ມາ​ສາບແຊ່ງ​ປະຊາຊົນ​ຊາດເຊື້ອ ອິດສະຣາເອນ​ໃຫ້​ແດ່ດູ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka