ຈົດບັນຊີ 23:7 - ພຣະຄຳພີສັກສິ7 ບາລາອາມໄດ້ກ່າວຄຳທຳນວາຍດັ່ງນີ້: “ກະສັດບາຫລາກແຫ່ງໂມອາບ ໄດ້ນຳຂ້າພະເຈົ້າມາ; ຈາກປະເທດຊີເຣຍ ຄືຈາກພູດອຍທາງທິດຕາເວັນອອກ. ເພິ່ນກ່າວວ່າ, ຮີບມາເວົ້າ ສຳລັບເຮົາໃຫ້ແດ່ ມາສາບແຊ່ງປະຊາຊົນຊາດເຊື້ອ ອິດສະຣາເອນໃຫ້ແດ່ດູ Uka jalj uñjjattʼäta |
ເມື່ອເວລານັ້ນມາເຖິງ ຄົນຈະເອົາເລື່ອງຂອງພວກເຈົ້າຂຶ້ນມາກ່າວເປັນຕົວຢ່າງໃນຄາວຖືກໄພພິບັດ ແລະພວກເຂົາກໍຈະຮ້ອງເພງ ເຖິງປະສົບການອັນຂົມຂື່ນນັ້ນວ່າ: ‘ພວກເຮົາໄດ້ຖືກທຳລາຍໃຫ້ພັງພິນາດໄປຈົນໝົດ ພຣະເຈົ້າຢາເວໄດ້ຢຶດດິນແດນຂອງພວກເຮົາໄປແລ້ວ ແລະໄດ້ມອບດິນແດນນັ້ນໃຫ້ແກ່ຄົນອື່ນເສຍ ຄືບັນດາສັດຕູທີ່ໄດ້ຈັບເອົາພວກເຮົາໄປນັ້ນ.”’