4 ແລະພຣະເຈົ້າກໍມາພົບບາລາອາມ, ແລ້ວບາລາອາມກໍໄດ້ກ່າວຕໍ່ພຣະອົງວ່າ, “ຂ້ານ້ອຍໄດ້ສ້າງແທ່ນບູຊາເຈັດແທ່ນ ແລະຂ້າງົວເຖິກກັບແກະເຖິກຖວາຍໄວ້ເທິງແຕ່ລະແທ່ນຢູ່ທີ່ນັ້ນ.”
ແລ້ວໃນຄືນນັ້ນ ພຣະເຈົ້າໄດ້ມາຫາບາລາອາມ ແລະບອກເພິ່ນວ່າ, “ຖ້າພວກເຫຼົ່ານີ້ຫາກຍັງຂໍຮ້ອງເຈົ້າໃຫ້ໄປກັບພວກເຂົາ ຈົ່ງຕຽມຕົວໄປສາ, ແຕ່ໃຫ້ເຈົ້າເຮັດຕາມສິ່ງທີ່ເຮົາບອກເຈົ້າເທົ່ານັ້ນ.”
ພຣະເຈົ້າໄດ້ມາຫາບາລາອາມ ແລະຖາມລາວວ່າ, “ຄົນເຫຼົ່ານີ້ທີ່ມາພັກນຳເຈົ້ານັ້ນແມ່ນໃຜ?”
ເພິ່ນໄດ້ກ່າວແກ່ເຈົ້າບາຫລາກວ່າ, “ຈົ່ງສ້າງແທ່ນບູຊາຂຶ້ນເຈັດແທ່ນໃຫ້ຂ້າພະເຈົ້າ ແລ້ວໃຫ້ນຳເອົາງົວແລະແກະເຖິກແນວລະເຈັດໂຕມາໃຫ້ຂ້າພະເຈົ້າ.”
ພຣະເຈົ້າຢາເວໄດ້ມາພົບບາລາອາມທັງບອກສິ່ງທີ່ລາວຈະຕ້ອງກ່າວ ແລະສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄຳຂອງພຣະອົງສູ່ເພິ່ນຟັງ.
ແລ້ວບາລາອາມກໍໄດ້ກ່າວຕໍ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ ສ່ວນຂ້າພະເຈົ້ານັ້ນຈະໄປເບິ່ງວ່າ ພຣະເຈົ້າຢາເວຈະໃຫ້ຂ້າພະເຈົ້າພົບພຣະອົງຫລືບໍ່? ແລ້ວຂ້າພະເຈົ້າກໍຈະກັບມາບອກທ່ານວ່າ ພຣະອົງໄດ້ກ່າວຫຍັງແດ່.” ສະນັ້ນ ບາລາອາມຈຶ່ງໄປທີ່ຈອມພູແຕ່ຜູ້ດຽວ
ພຣະເຈົ້າຢາເວໄດ້ບອກບາລາອາມສິ່ງທີ່ລາວຕ້ອງກ່າວ; ແລ້ວພຣະອົງກໍສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄຳຂອງພຣະອົງສູ່ເພິ່ນຟັງ.
‘ຄົນຮັບຈ້າງຜູ້ທີ່ມາສຸດທ້າຍເຮັດວຽກພຽງແຕ່ຊົ່ວໂມງດຽວເທົ່ານັ້ນ, ສ່ວນພວກເຮົາເຮັດວຽກໜັກຕາກແດດຮ້ອນຕະຫລອດໝົດມື້, ແຕ່ທ່ານໄດ້ຈ່າຍໃຫ້ພວກເຮົາເທົ່າກັບພວກເຂົາ.’
ໃນອາທິດໜຶ່ງ ຂ້ານ້ອຍຖືສິນອົດອາຫານສອງວັນ ແລະຂ້ານ້ອຍໄດ້ຖວາຍໜຶ່ງສ່ວນສິບແກ່ພຣະອົງ ຈາກສິ່ງຂອງທັງໝົດທີ່ຂ້ານ້ອຍຫາມາໄດ້.’
ພວກເຈົ້າຈະຖືກໄລ່ອອກຈາກທຳມະສາລາ ແລະເວລາໜຶ່ງຈະມາເຖິງ ເມື່ອຜູ້ທີ່ຂ້າພວກເຈົ້າຈະຄິດວ່າ ການກະທຳຂອງຕົນຢ່າງນັ້ນ ເປັນການຖວາຍກຽດແກ່ພຣະເຈົ້າ.
ເມື່ອເປັນຢ່າງນັ້ນແລ້ວ ເຮົາຈະເອົາອັນໃດມາອວດກໍໝົດຫົນທາງ ຈະອ້າງຫລັກອັນໃດວ່າໝົດຫົນທາງ ຈະອ້າງຫລັກການປະຕິບັດຕາມກົດບັນຍັດຫລື? ບໍ່ແມ່ນດອກ ແຕ່ຕ້ອງອ້າງເອົາຫລັກຂອງຄວາມເຊື່ອ.
ຄວາມພົ້ນນັ້ນ ບໍ່ແມ່ນໄດ້ມາຍ້ອນການປະຕິບັດຂອງພວກເຈົ້າເອງ ເພື່ອວ່າບໍ່ໃຫ້ຜູ້ໃດຜູ້ໜຶ່ງອວດໄດ້.