Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 23:30 - ພຣະຄຳພີສັກສິ

30 ເຈົ້າ​ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ບອກ ແລະ​ເພິ່ນ​ໄດ້​ຖວາຍ​ງົວເຖິກ ແລະ​ແກະເຖິກ ແນວລະ​ໂຕ​ໄວ້​ໃນ​ແຕ່ລະ​ແທ່ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 23:30
7 Jak'a apnaqawi uñst'ayäwi  

ແລະ​ໃນຂະນະທີ່​ອັບຊາໂລມ​ຖວາຍ​ເຄື່ອງ​ບູຊາ​ຢູ່​ນັ້ນ ລາວ​ກໍໄດ້​ສົ່ງ​ຄົນ​ໄປ​ທີ່​ເມືອງ​ກີໂລ ເພື່ອ​ນຳ​ເອົາ​ອາຮີໂຕເຟນ​ທີ່ປຶກສາ​ຄົນ​ໜຶ່ງ​ຂອງ​ກະສັດ​ດາວິດ. ການ​ກະບົດ​ຕໍ່​ກະສັດ​ກໍ​ໜັກ​ຫລາຍ​ຂຶ້ນ ແລະ​ຜູ້​ຕິດຕາມ​ອັບຊາໂລມ​ກໍ​ເພີ່ມ​ຈຳນວນ​ຂຶ້ນ​ເລື້ອຍໆ.


ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ.


ບ່ອນ​ທີ່​ເຈົ້າ​ບາຫລາກ​ໄດ້​ຂ້າ​ງົວ ແລະ​ແກະ​ຖວາຍບູຊາ. ເພິ່ນ​ໄດ້​ເອົາ​ຊີ້ນ​ບາງສ່ວນ​ໃຫ້​ບາລາອາມ ແລະ​ພວກ​ຜູ້ນຳ​ທີ່​ໄດ້​ໄປ​ກັບ​ຕົນ.


ເພິ່ນ​ໄດ້​ກ່າວ​ແກ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ສ້າງ​ແທ່ນບູຊາ​ຂຶ້ນ​ເຈັດ​ແທ່ນ​ໃຫ້​ຂ້າພະເຈົ້າ ແລ້ວ​ໃຫ້​ນຳ​ເອົາ​ງົວ​ແລະ​ແກະເຖິກ​ແນວ​ລະ​ເຈັດ​ໂຕ​ມາ​ໃຫ້​ຂ້າພະເຈົ້າ.”


ເຈົ້າ​ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ບອກ ແລະ​ທັງສອງ​ໄດ້​ຖວາຍ​ງົວເຖິກ​ກັບ​ແກະເຖິກ​ແນວ​ລະ​ໂຕ​ເທິງ​ແທ່ນບູຊາ​ແຕ່ລະອັນ.


ບາລາອາມ​ໄດ້​ເວົ້າ​ກັບ​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ເຮັດ​ແທ່ນບູຊາ​ຂຶ້ນ​ໃນ​ທີ່​ນີ້​ເຈັດ​ແທ່ນ​ໃຫ້​ຂ້າພະເຈົ້າ ແລະ​ນຳ​ງົວເຖິກ​ແລະ​ແກະເຖິກ​ເຈັດ​ໂຕ​ມາ.”


ໃນ​ເທື່ອ​ນີ້ ບາລາອາມ​ຮູ້​ວ່າ​ພຣະເຈົ້າຢາເວ​ຢາກ​ໃຫ້​ຕົນ​ອວຍພອນ​ປະຊາຊົນ​ອິດສະຣາເອນ; ສະນັ້ນ ລາວ​ຈຶ່ງ​ບໍ່ໄດ້​ໄປ​ເບິ່ງໂຊກ​ເບິ່ງລາງ​ຕາມ​ທີ່​ຕົນ​ໄດ້​ກະທຳ​ມາ. ລາວ​ໄດ້​ອ່ວາຍ​ໜ້າ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka